ອິນເຕີ ໄມອາມີ ສະເໜີຄ່າເມື່ອຍມະຫາສານໃຫ້ ໂຣນັລໂດ ໄປຢູ່ນຳ
ຄຣິສຕຽນໂນ ໂຣນັລໂດ ຕົກເປັນຂ່າວຖືກ ອິນເຕີ ໄມອາມີ ສົນໃຈດຶງໄປຮ່ວມທີມໃນລະດູການໜ້າ ໂດຍພ້ອມໃຫ້ຄ່າເມື່ອຍມະ ຫາສານ ເຖິງວ່າແມນເຊສເຕີ ຢູໄນເຕັດ ທຳທ່າຈະກີດກັ້ນກໍຕາມ.
“Daily Star” ສຳນັກຂ່າວຕ່າງປະເທດລາຍງານວ່າ : ໄມອາມີ ທີ່ມີ ເດວິດ ເບັກແຮມ ອະດີດຊຸບເປີສະຕາທີມຊາດອັງກິດ ແລະ ແມນເຊສເຕີ ຢູໄນເຕັດ ເປັນເຈົ້າຂອງສະໂມສອນຮ່ວມຢູ່ ເຊິ່ງລາຍງານລະບຸວ່າ ທີມພ້ອມສະເໜີຄ່າຈ້າງໃຫ້ ໂຣນັລໂດ ສູງເຖິງປີລະ 30 ລ້ານປອນ ເພື່ອໃຫ້ດາວເຕະທີມຊາດໂປຣຕຸສເກສໄປຮ່ວມສັງກັດໃນລະດູການໜ້າ.
ສຳລັບ ໂຣນັລໂດ ຈະຫມົດສັນຍາກັບແມນຢູ ເມື່ອຈົບລະດູການນີ້ ຂະນະທີ່ ໄມອາມີ ຈະໄດ້ໂຄຕ້າກົດຜູ້ຫລິ້ນແຕ່ງຕັ້ງຫວ່າງລົງ 1 ບ່ອນ ເນື່ອງຈາກ ກອນຊາໂລ ອິກວາອິນ ກອງໜ້າອະດີດທີມຊາດອາເຈນຕີນາ ປະກາດກຽມແຂວນເກີບຫລັງຈົບລະດູການນີ້.
ແນວໃດກໍຕາມ ບັນຫາຄື ລະດູການຂອງ ເມເຈີລີກ ກັບ ລະດູການບານຢູໂຣບ ສິ້ນສຸດບໍ່ຄືກັນ ໂດຍເມເຈີລີກ ຈະປິດລະດູເມື່ອ ສິ້ນປີນີ້ ສ່ວນລີກຢູໂຣບຈະປິດເມື່ອເຖິງກາງປີໜ້າ ເຊິ່ງເບິ່ງແລ້ວວ່າ ແມນເຊສເຕີ ຢູໄນເຕັດ ຈະບໍ່ຍອມປ່ອຍ ໂຣນັລໂດ ໃຫ້ຍ້າຍອອກງ່າຍໆ.
ລາຍງານລະບຸວ່າ ຜູ້ບໍລິຫານແມນຢູ ສັງເກດວ່າ ໂຣນັລໂດ ຍັງສາມາດສ້າງຄວາມນິຍົມ ແລະ ລາຍໄດ້ໃຫ້ກັບສະໂມສອນໃນ ຫລາຍທາງ ຈຶ່ງມີແວວວ່າຄົງເລືອກເກັບນັກເຕະໄວ້ຈົນຫມົດສັນຍາຫລາຍກວ່າຈະຍອມຂາຍໃຫ້ທີມອື່ນໃນຕະຫລາດເດືອນ ມັງກອນ ເຊິ່ງອາດເຮັດໃຫ້ໄມອາມີຜິດຫວັງໄດ້.

