ພົບສົບເພດຍິງ 1 ຄົນ ໄຫລນ້ຳຂອງຢູ່ທ່າບ້ານ ສາຍລົມ ນະຄອນຫລວງພະບາງ

ອີງຕາມໜ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ ລາຍງານວ່າ: ເວລາ 15:03 ໂມງ ຂອງວັນທີ 7 ຕຸລາ 2022 ຜ່ານມາ, ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີຜູ້ເສຍຊີວິດໄຫລນ້ຳຂອງຢູ່ທ່າບ້ານ ສາຍລົມ ນະຄອນຫລວງພະບາງ ແຂວງຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຍິງ 1 ຄົນ, ບໍ່ຮູ້ຊື່ ແລະ ປະຫວັດຂອງຄົນເສຍຊີວິດ.
ດັ່ງນັ້ນ, ທີມງານໜ່ວຍກູ້ຊີບອົງການກາແດງລາວໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ ພ້ອມທັງປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະໜາ.
ສ່ວນຂໍ້ມູນລາຍລະອຽດຕ່າງໆ ທາງເຈົ້າໜ້າທີ່ຕຳຫລວດພວມສືບສວນ-ສອບສວນ.
ຂໍສະແດງຄວາມເສຍໃຈມາຍັງຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍ.

