ປີ 2022 ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ສະເໜີຂໍອະໄພຍະໂທດລວມທັງໝົດ 1.895 ຄົນ

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດຜູ້ປະຈໍາການ ໄດ້ລາຍງານສະຫຼຸບ ຕີລາຄາວຽກງານອະໄພຍະໂທດປີ 2021 ແລະ ຕົ້ນປີ 2022 ວັນທີ 6 ຕຸລາ2022 ນີ້ວ່າ:
ສໍາລັບປີ 2022 ຄະນະກໍາມະການອະໄພຍະໂທດລະດັບກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ໄດ້ສະເໜີຂໍອະໄພຍະໂທດທັງໝົດ ຈໍານວນ 1.895 ຄົນ, ຍິງ 264 ຄົນ, ຕ່າງປະເທດ 23 ຄົນ, ຍິງ 6 ຄົນ, ມີນັກໂທດຕະຫຼອດຊີວິດ ຈໍານວນ 40 ຄົນ, ຍິງ 10 ຄົນ, ຕ່າງປະເທດ 1 ຄົນ, ນັກໂທດທີ່ຖືກສານຕັດສີນປະຫານຊີວິດ ທີ່ສະເໜີຂໍອະໄພຍະໂທດ ຈໍານວນ 8 ຄົນ, ຍິງ 1 ຄົນ.
ຈາກນັ້ນໄດ້ມີພິທີລົງນາມ ມອບ-ຮັບໜ້າທີ່ ລະຫວ່າງ ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດຜູ້ເກົ່າ ແລະ ຜູ້ໃໝ່ ເພື່ອສື່ບຕໍ່ຊີ້ນໍາການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄະນະກຳມະການອະໄພຍະໂທດ ລະດັບຊາດ ໄດ້ດໍາເນີນຢ່າງຕໍ່ເນື່ອງ ແລະ ເພີ້ມທະວີການຊີ້ນໍາ-ນໍາພາຂອງຄະນະພັກ, ແຕ່ລະຂັ້ນໃຫ້ມີຄວາມສໍາຄັນ ແລະ ຍົກສູງຄວາມຮັບຜິດຊອບຊີ້ນໍາ-ນໍາພາ ໃນການຈັດຕັ້ງປະຕິບັດ ວຽກງານອະໄພຍະໂທດ ປະຈໍາປີ 2022 ໃຫ້ຖຶກຕ້ອງ, ໂປ່ງໃສ, ຍຸຕິທໍາ ແລະ ສໍາເລັດຕາມລະດັບຄາດໝາຍ.

