ອິນເດຍພິສູດຕົວຢ່າງ “ຢາແກ້ໄອຊະນິດນ້ຳ” ສົງໄສເຮັດໃຫ້ເດັກນ້ອຍແກມເບຍເສຍຊີວິດ 66 ຄົນ

ລັດຖະບານອິນເດຍເລັ່ງກຽດສອບຕົວຢ່າງ ຢາແກ້ໄອຊະນິດນ້ຳ 4 ລາຍການ ເຊິ່ງອາດກ່ຽວຂ້ອງການເສຍຊີວິດຈາກອາການໝາກໄຂ່ຫລັງລົ້ມເຫລວກະທັນຫັນ ຂອງເດັກນ້ອຍຢ່າງໜ້ອຍ 66 ຄົນ ໃນແກມເບຍ.
ວັນທີ 7 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງອິນເດຍອອກຖະແຫລງການວ່າ: ຫ້ອງປະຕິບັດການຂອງລັດຖະບານກຳລັງກວດສອບຕົວຢ່າງຢາແກ້ໄອຊະນິດນ້ຳ 4 ຍີ່ຫໍ້ ໄດ້ແກ່ “Promethazine Oral Solution”, “Kofexmalin Baby Cough Syrup”, “Makoff Baby Cough Syrup” ແລະ “Magrip N Cold Syrup” ເຊິ່ງຜະລິດໂດຍບໍລິສັດ ໄມເດນ ຟາມາຊູຕິຄໍ ວ່າມີສານປົນເປື້ອນຊະນິດໃດ ຫລື ບໍ່ ແລ້ວຈະມີການປະສານງານຢ່າງຮີບດ່ວນ ແລະ ໃກ້ຊິດນຳອົງການອະນາໄມໂລກ (WHO) ທັນທີທີ່ຜົນກວດສອບປາກົດຢ່າງເປັນທາງການ.
ທ່ານ ເທດຣອສ ແອດຮານອມ ເກເບຣເຢຊຸສ ຜູ້ອຳນວຍການ WHO ຖະແຫລງໃນວັນທີ 5 ຕຸລາຜ່ານມາ ກ່ຽວກັບການເສຍຊີວິດຂອງເດັກນ້ອຍຢ່າງໜ້ອຍ 66 ຄົນ ໃນແກມເບຍ ວ່າເປັນຜົນຈາກອາການໝາກໄຂ່ຫລັງລົ້ມເຫລວກະທັນຫັນ ແລະ ສົງໄສກ່ຽວຂ້ອງກັບການຮັບປະທານຢາແກ້ໄອຊະນິດນ້ຳທັງ 4 ຍີ່ຫໍ້ດັ່ງກ່າວ ເຊິ່ງຜະລິດ ແລະ ສົ່ງອອກມາຈາກບໍລິສັດ ໄມເດນ ຟາມາຊູຕິຄໍ ຂອງອິນເດຍ.
ຜົນກວດສອບເບື້ອງຕົ້ນຂອງ WHO ປາກົດວ່າ: ຢາແກ້ໄອຊະນິດນ້ຳທັງ 4 ຍີ່ຫໍ້ ມີສ່ວນປະກອບຂອງ ໄດເອທິລີນໄກຄໍ ແລະ ເອທິລີນໄກຄໍ ເຊິ່ງເປັນສານປະກອບອິນຊີໃຊ້ທຳລາຍໃນອຸດສາຫະກຳເທົ່ານັ້ນ “ຫ້າມໃຊ້ໃນອາຫານ ແລະ ຢາເດັດຂາດ”.
ທັງນີ້, WHO ສັນນິຖານວ່າ: ຜູ້ຜະລິດໃສ່ສານທັງສອງຊະນິດ “ໃນລະດັບສູງເກີນເກນອັນຕະລາຍ” ສົ່ງຜົນໃຫ້ເກີດຄວາມສ່ຽງຂອງໝາກໄຂ່ຫລັງລົ້ມເຫລວກະທັນຫັນ ແລະ ອາດເປັນສາເຫດການເສຍຊີວິດຂອງເດັກຊາວແກມເບຍຢ່າງໜ້ອຍ 66 ຄົນ ນັບແຕ່ເດືອນກໍລະກົດຜ່ານມາ.
ນອກຈາກນີ້, WHO ມີຖະແຫລງການອີກສະບັບໜຶ່ງ ຂໍການຮ່ວມມືໃຫ້ທຸກປະເທດທີ່ມີການຈຳໜ່າຍຢາແກ້ໄອຊະນິດນ້ຳທັງ 4 ຍີ່ຫໍ້ ຫ້າມຈຳໜ່າຍ ແລະ ແພດຢຸດໃຫ້ຢາດັ່ງກ່າວ.
ສ່ວນ ໄມເດນ ຟາມາຊູຕິຄໍ ຍັງບໍ່ມີຄວາມເຫັນຢ່າງເປັນທາງການ. ບໍລິສັດແຫ່ງນີ້ມີປະສິດທິພາບຕໍ່ປີໃນການຜະລິດຢາແກ້ໄອຊະນິດນ້ຳ 2,2 ລ້ານຂວດ ສ່ວນຫລາຍສົ່ງອອກສູ່ຕະຫລາດໃນອາຊີ, ອາຟຣິກາ ແລະ ອາເມລິກາລາຕິນ.

