ເປີດອັນດັບໂລກ ທີມຊາດ ຮອບຫລ້າສຸດ ບຣາຊິລ ຍັງຄອງເບີ 1 ຂອງໂລກ

ຟີຟາເປີດເຜີຍຜົນຈັດອັນດັບໂລກ ທີມຊາດຮອບຫລ້າສຸດ ຜົນປາກົດວ່າ 10 ອັນດັບທຳອິດເກືອບບໍ່ມີຫຍັງປ່ຽນແປງ ບຣາຊິລ ຍັງເປັນເປັນເບີ 1 ຄືເກ່ົາ, ສ່ວນປະເທດລາວຢູ່ອັນດັບ 187 ຂອງໂລກ.
ສຳລັບໃນກຸ່ມ 10 ອັນດັບທຳອິດມີການປ່ຽນແປງພຽງທີມຊາດອິຕາລີ ຫຍັບຂຶ້ນໄປຢູ່ອັນດັບ 6 ແທນທີ່ ສະເປນ ເຊິ່ງຕົກມາອັນດັບ 7 ສ່ວນທີມອື່ນຍັງຄົງທີ່ ທີ 2 ຍັງເປັນເບລຢ້ຽມ, 3. ອາເຈນຕີນາ, 4. ຝຣັ່ງ, 5. ອັງກິດ, 8. ເນເທີແລນ, 9 ໂປຣຕຸເກສ ແລະ 10 ເດນມາກ.
ສ່ວນອັນດັບໃນທະວີບເອເຊຍ ອັນດັບ 1. ອີຣ່ານ (ອັນດັບທີ 20 ຂອງໂລກ, 2. ຍີ່ປຸ່ນ (ອັນດັບທີ 24 ຂອງໂລກ), 3. ສ.ເກົາຫລີ (ອັນດັບ 28 ຂອງໂລກ).
ອັນດັບ 1 ຂອງແຕ່ລະໂຊນມີດັ່ງນີ້ : ອາເມລິກາໃຕ້-ບຣາຊິລ (ອັນດັບ 1 ຂອງໂລກ), ຢູໂຣບ-ເບລຢ້ຽມ (ອັນດັບ 2 ຂອງໂລກ), ຄອນຄາເຄຟ-ເມັກຊິໂກ (ອັນດັບ 13 ຂອງໂລກ), ແອຟຣິກາ-ເຊເນກັລ (ອັນດັບ 18 ຂອງໂລກ), ເອເຊຍ-ອີຣ່ານ (ອັນດັບ 20 ຂອງໂລກ), ໂອເຊຍເນຍ-ນິວຊີແລນ (ອັນດັບ 105 ຂອງໂລກ), ສຳລັບທີມຊາດລາວ ຢູ່ອັນດັບທີ 187 ຂອງໂລກ, ອັນດັບ 37 ຂອງເອເຊຍ, ອັນດັບ ທີ 9 ຂອງອາຊຽນ.

