ເຈົ້າຂອງທີມ ຟໍເຣສ ບໍ່ພໍໃຈຜົນງານທີມຜູ້ຈັດການທີມ ແລະ ນັກເຕະ ກຽມຂາຍຍົກຊຸດ

ອີວານເຈລອສ ມາຣີນາຄິສ ເຈົ້າຂອງສະໂມສອນ ນັອດຕິງແຮມ ຟໍເຣສ ຕົກເປັນຂ່າວພິຈາລະນະປົດ ສະຕີບ ຄູເປີ ຜູ້ຈັດການທີມ ແລະ ທີມງານທີ່ກ່ຽວຂ້ອງກັບການຊື້ຂາຍນັກເຕະຍົກຊຸດ ຫລັງທີມເຮັດຜົນງານໄດ້ຢ່າງຫນ້າຜິດຫວັງ ໃນການແຂ່ງຂັນພຣີເມຍລີກ ອັງກິດລະດູການນີ້ ເຖິງຈະລົງທຶນຄວ້ານັກເຕະໃຫມ່ 22 ຄົນ ເມື່ອຕະຫລາດນັກເຕະລະດູການຜ່ານມາ.
ຟໍເຣສ ຄອງອັນດັບທ້າຍຕາຕະລາງ ຫລັງຜ່ານການແຂ່ງຂັນ 8 ເກມໃນລີກ ໂດຍຫລ້າສຸດພວກເຂົາບຸກໄປປະລາໄຊໃຫ້ ເລສເຕີ ຊິຕີ ຂາດລອຍ 4-0 ໃນເກມຄືນວັນຈັນທີ່ຜ່ານມາມາ ນັບເປັນການເສຍນັດທີ 5 ຕິດຕໍ່ກັນແລ້ວ ເຮັດໃຫ້ທີມງານເບື້ອງ ຫລັງຂອງທີມ ຕົກບ່ອນນັ່ງລຳບາກ.
ການລົງທຶນມະຫາສານກວ່າ 150 ລ້ານປອນເມື່ອລະດູການຜ່ານມາເພື່ອຊື້ນັກເຕະໃຫມ່ ກໍບໍ່ໄດ້ຊ່ວຍໃຫ້ທີມແຊ໊ມຢູໂຣບ 2 ສະໄຫມ ສ້າງຜົນງານໄດ້ໜ້າພໍໃຈ ໂດຍລາຍງານລະບຸວ່າ ເຈົ້າຂອງທີມຟໍເຣສ ກຽມພິຈາລະນາປົດທີມງານເບື້ອງຫລັງອອກຈາກຕຳແໜ່ງ, ແລະ ເບນີເຕສ ກໍເປັນເປົ້າຫມາຍລຳດັບຕົ້ນໆ ຫາກຜູ້ຈັດການທີມຄົນປັດຈຸບັນຖືກປົດຈາກຕຳແໜ່ງ ແຕ່ຫລ້າສຸດ ເບີນີເຕສ ກໍສະແດງທ່າທີບໍ່ສົນໃຈຕຳແໜ່ງດັ່ງກ່າວ.

