ຂອງຟຣີໃຜກໍມັກ, ທີມດັງໃນຢູໂຣບ ພວມໃຫ້ຄວາມສົນໃຈ ກ໊ອງເຕ ຫລັງສັນຍາໃຫມ່ກັບ ເຊລຊີ ບໍ່ຄືບໜ້າ

ຫລັງສັນຍາໃຫມ່ບໍ່ຄືບໜ້າ ແລະ ສັນຍາເກ່ົາພວມຈະຫມົດ ພ້ອມທັງເຈົ້າຂອງໃຫມ່ເປັນເຫດອາດສົ່ງຜົນໃຫ້ ເຊລຊີ ບໍ່ມີ ເອັນໂກໂລ ກ໊ອງເຕ ໃນລະດູການໜ້າ.
“ Daily mail” ສື່ກິລາຊື່ດັງຂອງອັງກິດລາຍງານວ່າ ເຊລຊີ ທີມດັງເວທີພຣີເມຍລີກ ອັງກິດອາດຈະຕ້ອງປ່ອຍ ເອັນໂກໂລ ກ໊ອງເຕ ກອງກາງຕົວຕັດເກມຊື່ດັງຂອງທີມອອກໄປໃນລະດູການນີ້.
ມີລາຍງານວ່າ ການເຈລະຈາສັນຍາໃຫມ່ຂອງ ກ໊ອງເຕ ແລະ ເຊລຊີ ຍັງບໍ່ຄືບໜ້າ ເຖິງວ່າ ທັອດ ໂບລີ ປະທານສະໂມ ສອນຄົນໃຫມ່ຈະພະຍາຍາມເພີ່ມຄ່າເມື່ອຍ ແລະ ສັນຍາຫລາຍເຖິງ 4 ປີໃຫ້ກັບ ກ໊ອງເຕ ໄດ້ພິຈາລະນາ ແຕ່ມີລາຍ ງານວ່າໃນເວລານີ້ການເຈລະຈາໄດ້ຍົກເລີກໄປແລ້ວ ຄາດວ່າຫວັງຈົບລະດູການນີ້ ກ໊ອງເຕ ຈະເປັນນັກເຕະບໍ່ມີສັງກັດແລ້ວ.
ນອກຈານີ້ຍັງມີລາຍງານວ່າ ປາຣີສ ແຊັງ ແຊັກແມັງ ທີມດັງໃນລີກ ເອິງ ຝຣັ່ງ ບ້ານເກີດຂອງ ກ໊ອງເຕ ພວມໃຫ້ຄວາມ ສົນໃຈຈະດຶງນັກເຕະໄປຮ່ວມທີມໃນໄລຍະຕະຫລາດຮອບຕໍ່ໄປນຳອີກ.
ສຳລັບ ເອັນໂກໂລ ກ໊ອງເຕ ປັດຈຸບັນໃນໄວ 31 ປີ ໃນລະດູການນີ້ໄດ້ລົງໄປພຽງ 2 ເກມເທົ່ານັ້ນ ເນື່ອງຈາກມີອາການບາດເຈັບ ສ່ວນຕະຫລອດ 6 ປີທີ່ລາວຢູ່ກັບເຊລຊີ ລົງຫລິ້ນໄປທັງຫມົດ 262 ເກມ ຍິງໄປ 13 ປະຕູ ກັບ 15 ແອສຊິສ.

