ບໍ່ແກ້ວເຕືອນໃຫ້ຜູ້ລົງທຶນປູກກ້ວຍປະຕິບັດລະບຽບກົດໝາຍເຄັ່ງຄັດ
ສໍານັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: ໃນວັນທີ 21 ສິງຫາຜ່ານມານີ້, ອໍານາດການປົກຄອງແຂວງບໍ່ແກ້ວ, ໄດ້ມີເຊີນບັນດາບໍລິສັດລົງທຶນປູກກ້ວຍ ຂອງຈີນຢູ່ແຂວງບໍ່ແກ້ວມາຫາລື ແລະ ເຕືອນໃຫ້ເລັ່ງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ສວນກ້ວຍໃນໄລຍະຜ່ານມາ ເປັນຕົ້ນ: ບັນຫາຢາເສບຕິດ, ແຮງງານບໍ່ໄດ້ຮັບຄ່າຈ້າງ ແລະ ການນຳໃຊ້ສານເຄມີອັນຕະລາຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ນອກນັ້ນ, ຍັງມີກໍລະນີລົດບັນທຸກກ້ວຍນໍ້າໜັກເກີນພາໃຫ້ເສັ້ນທາງເປ່ເພ ລວມເຖິງການບໍ່ຄ່າຊຳລະຄ່າເຊົ່າທີ່ດິນຕາມສັນຍາ, ເຊິ່ງຈະຕ້ອງມີການແກ້ໄຂຢ່າງຮີບດ່ວນ ແລະ ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍຢ່າງເຄັ່ງຄັດ ແລະ ຫາກມີການຝ່າຝືນແມ່ນຈະຖືກດຳເນີນການຕາມລະບຽບກົດໝາຍຢ່າງເຂັ້ມງວດ ຫລື ອາດໃຫ້ຢຸດເຊົາກິດຈະການປູກກ້ວຍທັນທີ.
ຂະແໜງກ່ຽວຂ້ອງໃຫ້ຮູ້ວ່າ: ສະພາບການປູກກ້ວຍຂອງບໍລິສັດຈາກ ສປຈີນ ຢູ່ແຂວງບໍ່ແກ້ວໄດ້ເລີ່ມມາແຕ່ປີ 2009 ປັດຈຸບັນມີເນື້ອທີ່ປະມານ 6.000 ເຮັກຕາ ແລະ ອໍານາດການປົກຄອງແຂວງໄດ້ອະນຸຍາດໃຫ້ສືບຕໍ່ປູກ ແລະ ເກັບກູ້ຜົນຜະລິດໃນຈຳນວນເນື້ອທີ່ເດີມຈົນກວ່າໝົດອາຍຸສຳປະທານແມ່ນຈະໃຫ້ຢຸດເຊົາ.

