ຮັກຕັບ ຮູ້ເລື່ອງມະເຮັງຕັບ.

ຕັບ ມີໜ້າທີ່ຮັບສານອາຫານທີ່ດູດຊຶມຈາກລຳໄສ້ນ້ອຍຜ່ານເສັ້ນເລືອດດຳເຂົ້າມາຫາຕັບ ແລະ ຍັງມີໜ້າທີ່ໃນການຄວບຄຸມປະລິມານນຳ້ຕານ, ໂປຣຕິນ ແລະ ໄຂມັນໃນກະແສເລືອດ ແລະ ມີໜ້າທີ່ໃນການສ້າງສານທີ່ຄວບຄຸມການກ້າມຂອງເລືອດຕ່າງໆ ລວມທັງວິຕາມິນທີ່ກ່ຽວຂ້ອງ. ໜ້າທີ່ສຳຄັນອີກປະການໜຶ່ງ ແມ່ນ ການກັ່ນຕອງຂອງເສຍຕ່າງໆ ເຊັ່ນ : ຢາ, ອານກໍຮໍ ຫລື ສານພິດຕ່າງໆ.
- ມະເຮັງຕັບເກີດຂຶ້ນໄດ້ແນວໃດ ? ມະເຮັງຕັບເລີ່ມຕົ້ນເມື່ອແຊນຕັບເຕີບໃຫຍ່ຜິດປົກກະຕິ ໂດຍສະເພາະໃນຈຸດທີ່ເອີ້ນວ່າເປັນ DNA ເຊິ່ງເປັນໂປຣຕິນທີ່ສຳຄັນພາຍໃນແຊນ DNA ມີຄວາມສຳຄັນຕໍ່ຂະບວນການທາງຊີວະເຄມີທີ່ສຳຄັນໃນຮ່າງກາຍ ລວມເຖິງເປັນໂຕຄວບຄຸມອັດຕາການເຕີບໃຫຍ່ຂອງແຊນຕ່າງໆ ເມື່ອແຊນຈຳນວນຫລາຍມີການຈະເລີນເຕີບໃຫຍ່ທີ່ຜິດປົກກະຕິກໍອາດກາຍເປັນກ້ອນຊີ້ນ ຫລື ຊີ້ນປົ່ງ(ຊີ້ນຮ້າຍ) ຂຶ້ນມາໄດ້.
- ໂດຍທົ່ວໄປ ຜູ້ປ່ວຍມະເຮັງຕັບຈຳນວນຫລາຍເລີ່ມຕົ້ນຈາກການທີ່ຕັບເປັນຕັບແຂງມາກ່ອນ ເຊິ່ງສາເຫດອາດເກີດຈາກໄວຣັສຕັບອັກເສບຊະນິດ B ຫລື ຊະນິດ C, ການຕິດເຫລົ້າຊຳ້ເຮື້ອ ຫລື ອາດເກີດຈາກອາການຕັບແຂງອື່ນໆ ແຊນຕັບໃນພະຍາດຕັບແຂງຈະມີລັກສະນະເປັນຜັງຜືດ ເມື່ອໄລຍະເວລາຜ່ານໄປດົນຫລາຍປີ ແຊນຕັບບາງແຊນອາດກາຍເປັນມະເຮັງ ແລະ ເຕີບໃຫຍ່ລຸກລາມຫລາຍຂຶ້ນໄດ້.
- ອາການຂອງມະເຮັງຕັບ : ສ່ວນຫລາຍມັກຈະບໍ່ມີອາການ, ແຕ່ມັກຈະກວດພົບເວລາທີ່ໄປກວດຮ່າງກາຍໂດຍການເອັກໂກ ຫລື ກວດພົບຄວາມຜິດປົກກະຕິຂອງລະດັບໂປຣຕິນບາງຊະນິດໃນເລືອດ. ສ່ວນຫລາຍເປັນຄົນທີ່ມີໄວຣັສຕັບອັກເສບ ຫລື ມີຄວາມສ່ຽງຕໍ່ການເກີດພະຍາດຕັບທີ່ໄປກວດເອັກໂກ ເຊິ່ງຫາກໂຊກດີກວດພົບມະເຮັງຕັບໄລຍະເລີ່ມຕົ້ນ ເຊິ່ງຈະມີຂະໜາດນ້ອຍໆບໍ່ເທົ່າໃດຊັງຕີແມັດ, ແຕ່ເມື່ອມະເຮັງມີຂະໜາດໃຫຍ່ ເຊັ່ນ : ຫລາຍກ່ວາ 8 – 10 ຊັງຕີແມັດ ກໍຈະເຮັດໃຫ້ເກີດອາການຕ່າງໆ ເຊັ່ນ : ນຳ້ໜັກຫລຸດລົງຢ່າງວ່ອງໄວ, ກິນອາຫານບໍ່ໄດ້, ປວດແໜ້ນທ້ອງບໍລິເວນເບື້ອງຂວາ ກະດູກຂ້າງຂວາ ອາດປວດລາມໄປຫາບ່າໄຫລ່ຂວາ ອາດຄຳພົບກ້ອນໃນທ້ອງກ້ອງກະດູກຂ້າງຂວາ ຫລື ໃນບາງຄົນທີ່ເປັນພະຍາດຕັບແຂງຮ່ວມນຳ ແລະ ຫາກມະເຮັງຕັບລຸກລາມຫລາຍອາດພົບວ່າມີອາການໂຕເຫລືອງ, ຕາເຫລືອງ, ທ້ອງໃຄ່ ບາງຄົນອາດຈະມີອາການຮາກອອກມາເປັນເລືອດ.
- ປັດໄຈສ່ຽງຂອງມະເຮັບຕັບ : ການຕິດເຊື້ອໄວຣັສຕັບອັກເສບຊະນິດ B ຫລື ຊະນິດ C ແບບຊຳ້ເຮື້ອ, ອາການຕັບແຂງ ເຊິ່ງອາດເກີດຈາກໄວຣັສ ຫລື ສາເຫດອື່ນໆ ໂດຍສະເພາະການດື່ມອານກໍຮໍທຸກມື້ຕິດຕໍ່ກັນເປັນເວລາຫລາຍປີ, ເຊື້ອລາຊະນິດ Aflatoxin ເຊິ່ງມີຫລາຍໃນອາຫານຈຳພວກຖົ່ວ, ໝາກເຜັດ ທີ່ເກັບໄວ້ເປັນເວລາດົນ ແລະ ເອົາມາກິນໂດຍບໍ່ຜ່ານຄວາມຮ້ອນ ແລະ ປັດໄຈສ່ຽງອື່ນໆທີ່ພົບໄດ້, ແຕ່ບໍ່ຖືເປັນປັດໄຈສ່ຽງຈະແຈ້ງຫລາຍ ເຊັ່ນ : ພະຍາດເບົາຫວານທີ່ມີໄຂມັນສະສົມໃນຕັບຫລາຍ, ການສູບຢາ ຫລື ຜູ້ທີ່ເປັນພະຍາດທາງເດີນນຳ້ບີອັກເສບ ເຊິ່ງບໍ່ຄ່ອຍພົບໃນປະເທດເຮົາ.
- ເຮົາສາມາດໃຫ້ການບົ່ງມະຕິພະຍາດມະເຮັງຕັບເມື່ອເລີ່ມຕົ້ນເປັນໄດ້ຫລືບໍ່ ? ເປັນທີ່ຮູ້ກັນດີວ່າມະເຮັງໃນໄລຍະເລີ່ມຕົ້ນຫາກບົ່ງມະຕິໄດ້ຍ່ອມເຮັດໃຫ້ໂອກາດໃນການປິ່ນປົວໃຫ້ເຊົາຂາດມີຄວາມເປັນໄປໄດ້ສູງ ມະເຮັງຕັບເປັນພະຍາດທີ່ໃຫ້ການບົ່ງມະຕິໄລຍະເລີ່ມຕົ້ນໄດ້ຊ້າ ເນື່ອງຈາກບໍ່ຄ່ອຍມີອາການ ເມື່ອມີອາການພະຍາດກໍເປັນຫລາຍແລ້ວ.
- ເຮົາສາມາດເຈາະເລືອດຫາສານ Alfa-fetoprotein ເພື່ອກວດຫາມະເຮັງໄລຍະເລີ່ມຕົ້ນໄດ້ ເຊິ່ງໃນຜູ້ເປັນມະເຮັງຈະພົບວ່າມີຄ່ານີ້ສູງ ແລະ ສາມາດໃຊ້ບົ່ງມະຕິມະເຮັງລະໄຍເລີ່ມຕົ້ນໃນຜູ້ປ່ວຍທີ່ມີຄວາມສ່ຽງສູງ ເຊັ່ນ : ຜູ້ປ່ວຍທີ່ມີຕັບອັກເສບຊຳ້ເຮື້ອໄດ້ນຳ, ແຕ່ກໍມີມະເຮັງຕັບບາງຊະນິດບໍ່ສ້າງ Alfa-fetoprotein.
- ການບົ່ງມະຕິ : ແພດຈະສອບປະຫວັດ, ກວດຮ່າງກາຍ ແລ້ວສົ່ງກວດ ດັ່ງນີ້ :
+ Ultrasound ໃຊ້ຄື້ນສຽງຜ່ານຕັບເພື່ອຫາວ່າມີກ້ອນບໍລິເວນຕັບຫລືບໍ່.
+ CT Scan ບໍລິເວນຕັບເພື່ອຫາກ້ອນ.
+ Angiography ແມ່ນການສັກສີເຂົ້າເສັ້ນເລືອດທີ່ໄປລ້ຽງຕັບ ແພດຈະເຮັດໃນບາງຄົນເພື່ອວາງແຜນຜ່າຕັດ.
+ Laparoscopy ແມ່ນການສ່ອງກ້ອງເຂົ້າຜົ້ງທ້ອງເພື່ອເບິ່ງວ່າມະຮັງແຜ່ກະຈາຍເຂົ້າທ້ອງຫລືຍັງ ເປັນການວາງແຜນກ່ອນຜ່າຕັດ.
+ Biopsy ແມ່ນການເອົາເນື້ອເຍື່ອທີ່ສົງໄສສົ່ງກວດທາງພະຍາດ ໂດຍການໃຊ້ເຂັມເຈາະ ຫລື ການຜ່າຕັດເອາກ້ອນຊີ້ນນັ້ນສົ່ງກວດ.
+ ການເຈາະເລືອດເພື່ອສົ່ງກວດ Alfa-fetoprotein ມັກເຈາະໃນຄົນທີ່ສົງໄສວ່າຈະເປັນມະເຮັງຕັບ ແລະ ເພື່ອເປັນການຕິດຕາມການປິ່ນປົວວ່າມະເຮັງກັບມາເປັນຊຳ້ຫລືບໍ່.
- ການປິ່ນປົວ : ການປິ່ນປົວຂຶ້ນຢູ່ກັບຊະນິດຂອງມະເຮັງຕັບ ແລະ ຂຶ້ນຢູ່ວ່າພະຍາດເປັນຫລາຍແລ້ວຫລືຍັງ ໂດຍທົ່ວໄປແພດຈະໃຫ້ການປິ່ນປົວໂດຍວິທີຕ່າງໆ ດັ່ງນີ້ :
- ການຜ່າຕັດ : ຈະເຮັດໄດ້ກໍຕໍ່ເມື່ອມະເຮັງນັ້ນຢູ່ສະເພາະບ່ອນຕັບ ແລະ ຂະໜາດບໍ່ໃຫຍ່ຫລາຍ ແລະ ສິ່ງສຳຄັນຕັບຕ້ອງບໍ່ມີພະຍາດອື່ນ ເຊັ່ນ : ຕັບແຂງ.
- Embolization ຫລື ການສັກສານບາງຢ່າງໃຫ້ອັດຫລອດເລືອດທີ່ໄປລ້ຽງມະເຮັງ ເຮັດໃຫ້ມະເຮັງຂາດເລືອດ ເປັນການປິ່ນປົວໃນສະພາບທີ່ຄົນປ່ວຍບໍ່ເໝາະສົມກັບການຜ່າຕັດ.
- ການໃຫ້ເຄມີບຳບັດ : ພະຍາດມະເຮັງຕັບມັກຈະດື້ຕໍ່ຢາເຄມີ ວິທີນີ້ຈຶ່ງບໍ່ຄ່ອຍໄດ້ຜົນ.
- ການສາຍລັງສີ : ເປັນວິທີທີ່ບໍ່ຄ່ອຍໄດ້ຜົນ ເນື່ອງຈາກຕັບທີ່ເປັນຊີ້ນດີຈະໄດ້ຮັບຜົນກະທົບຈາກລັງສີນຳ.

