ຊາອຸດິອາຣະເບຍ ເປັນເຈົ້າພາບເອຊຽນເກມລະດູໜາວ 2029

ຊາອຸດິອາຣະເບຍ ໄດ້ຮັບເລືອກເປັນເຈົ້າພາບກິລາເອຊຽນ ວິນເທີ ເກມ 2029 ຫລື ເອຊຽນເກມ ລະດູໜາວ ຫລັງເນລະມິດສະໜາມ ແຂ່ງມູນຄ່າ 5 ແສນລ້ານໂດລາສະຫະລັດ.

ຊາອຸດິອາຣະເບຍ ປະເທດເສດຖີນຳ້ມັນແຫ່ງຕາເວັນຕົກອອກກາງ ໄດ້ຮັບເລືອກເປັນເຈົ້າພາບການແຂ່ງຂັນກິລາເອຊຽນເກມ ລະດູໜາວ 2029 ໂດຍເຈົ້າພາບຈະສ້າງສະກີຣີສອດເທິງພູ ພາຍໃຕ້ໂຄງການ NEOM-ໂທຣເຢນາ ມູນຄ່າ 5 ແສນລ້ານໂດລາສະ ຫະລັດ ເທິງພື້ນທີ່ 26,500 ຕາແມັດ.

ຊາອຸດິອາຣະເບຍ ເປັນຜູ້ສະເໜີຕົວພຽງລາຍດຽວຂອງເອຊຽນ ວິນເທີ ເກມ ເຊິ່ງບໍໄ່ດ້ຈັດມາຕັ້ງແຕ່ປີ 2017 ເນື່ອງຈາກສະ ພາໂອລິມປິກເອເຊຍ ( OCA) ບໍ່ສາມາດຫາເຈົ້າພາບໄດ້.

ໂຄງການທີ່ໂທຣເຢນາ ຄາດວ່າຈະສຳເລັດໃນປີ 2026 ໃຫ້ບໍລິການສະກີກາງແຈ້ງ ທະເລສາບນຳ້ຈືດທີ່ມະນຸດສ້າງຂຶ້ນ ແລະ ເຂດອະນຸລັກທຳມະຊາດ ພາຍໃຕ້ການສະໜັບສະໜູນຂອງເຈົ້າຊາຍ ໂມຮຳຫມັດ ບິນ ຊັລມານ.

ເຈົ້າຊາຍ ອັບດຸລອາຊິສ ບິນ ຕູກີ ອັລ ໄຟຊາລ ລັດຖະມົນຕີກະຊວງກິລາ ກ່າວວ່າ : “ ດ້ວຍການສະໜັບສະໜູນຢ່າງບໍ່ຈຳກັດ ຈາກຜູ້ນຳຊາອຸດິອາຣະເບຍ ແລະ ເຈົ້າຊາຍ ໂມຮຳຫມັດ ບິນ ຊັລມານ ເຮົາພູມໃຈທີ່ຈະປະກາດວ່າ ເຮົາຊະນະການເປັນເຈົ້າພາບ ໂທຣເຢນາ 2029 ເປັນປະເທດທຳອິດໃນເອເຊຍຕາເວັນຕົກ ”.

ໂຄງການ NEOM ເປັນຫນຶ່ງໃນແຜນງານສຳຄັນທີ່ສຸດຂອງຊາອຸດິອາຣະເບຍ ໃນແຜນພັດທະນາວິຊັນ 2030 ເພື່ອຫລຸດການເພິ່ງ ພານຳ້ມັນ ແລະ ປ່ຽນແປງເສດຖະກິດ ລວມເຖິງການພັດທະນາການກິລາ.