ຢໍໂຄວິດ ຄືນຟອມຄວ້າແຊ໊ມລາຍການທຳອິດນັບຕັ້ງແຕ່ແກຣນສະແລມ ວິມເບິລດັນ

ການແຂ່ງຂັນເທັນນິສເອີທີພີ ເວີລ ທົວ 250 ລາຍການ ເທລ ອາວີຟ ວໍເຕີເຈນ ໂອເພັນ 2022 ທີ່ສະໜາມ ເອັກໂປ ເທລ ອາວີຟ ນະຄອນຫລວງ ເທລ ອາວີຟ ປະເທດອິສຣາເອລ ເມື່ອວັນທີ 2 ຕຸລາທີ່ຜ່ານມາ ເປັນການຊີງໄຊຮອບຊີງຊະນະເລີດ.
ໂດຍເປັນການພົບກັນລະຫວ່າງ ຢໍໂຄວິດ ມື 7 ຂອງໂລກຄົນປັດຈຸບັນຈາກເຊີເບຍ ພົບກັບ ມາຣີນ ຊິລິສ ມື 14 ຂອງໂລກຈາກ ໂຄຣອາເຊຍ ຜົນປາກົດວ່າ ຢໍໂຄວິດ ເອົາຊະນະໄປແບບບໍ່ຍາກ 2-0 ເຊັດ 6-3 ແລະ 6-4 ຄວ້າແຊ໊ມໄປຄອງ ພ້ອມເປັນຂັນແຊ໊ມ ທຳອິດຂອງລາວນັບຕັ້ງແຕ່ແກຣນສະແລມ ວິມເບິລດັນ 2022 ເມື່ອເດືອນກໍລະກົດ.
ພາຍຫລັງການແຂ່ງຂັນ ນັກເທັນນິສອາຍຸ 35 ປີ ໃຫ້ສຳພາດວ່າ “ ຂ້ອຍຫລິ້ນເທັນນິສໄດ້ດີຫລາຍ ຂ້ອຍຄິດວ່າ ຂ້ອຍບໍ່ໄດ້ ເສຍເຊັດໃຫ້ໃຜເລີຍຕະຫລອດອາທິດນີ້ ”.
“ ຂ້ອຍບໍ່ໄດ້ຫລິ້ນທົວນາເມັນມາ 3 ເດືອນແລ້ວ ດັ່ງນັ້ນມັນຈຶ່ງເປັນແຮງບັນດານໃຈໃຫ້ຂ້ອຍສ້າງຜົນງານໄດ້ດີຫລາຍ ໂດຍສະເພາະຢ່າງຍິ່ງເພາະຜູ້ຄົນເປັນມິດ ແລະສະໜັບສະໜູນຂ້ອຍຕະຫລອດອາທິດເລີຍ ”.

