ແຟນບານຜິດຫວັງ, ໂຮງແຮມ-ຮ້ານອາຫານ ທີ່ກາຕາຈະບໍ່ຖ່າຍທອດສົດບານໂລກ 2022

ແຟນບານທີ່ເດີນທາງໄປເບິ່ງບານເຕະໂລກທີ່ປະເທດກາຕາມີຄວາມຜິດຫວັງຢ່າງຫນັກ ຫລັງບໍ່ມີວີ່ແວວວ່າຈະມີການຖ່າຍທອດ ສົດເກມທາງໂທລະພາບໃຫ້ເບິ່ງ ທັງໃນໂຮງແຮມ ແລະ ຮ້ານອາຫານ ເນື່ອງຈາກເຈົ້າຂອງລິຂະສິດຮຽກເກັບເງິນແພງ ຖ້າຮ້ານອາ ຫານໃດຈະເປີດໃຫ້ລູກຄ້າຊົມໃນຮ້າຍ ອາດຕ້ອງຈ່າຍເຖິງ 100.000 ຣິຢາລ ຫລື ປະມານ 480,000,000 ກີບ.
“ Daily mail” ສື່ຊື່ດັງໃນປະເທດອັງກິດລາຍງານວ່າ ແຟນບານທີ່ເດີນທາງໄປເບິ່ງບານໂລກ 2022 ທີ່ປະເທດກາຕາໃນໄລ ຍະທ້າຍປີນີ້ ອາດຈະພາດຊົມການຖ່າຍທອດສົດການແຂ່ງຂັນຜ່ານຈໍໂທລະພາບທັງໃນໂຮງແຮມ ລວມເຖິງໃນຮ້ານອາຫານຕ່າງໆ ຫລັງ “ Bein Sport” ເຈົ້າຂອງລິຂະສິດຖ່າຍທອດສົດໃນກາຕາຮຽກເກັບເງິນໃນລາຄາແພງ ຈົນໂຮງແຮມ ແລະ ຮ້ານອາຫານ ຫລາຍແຫ່ງທຳທ່າຈະບໍ່ຍອມຈ່າຍເພື່ອໃຫ້ລູກຄ້າໄດ້ຊົມການຖ່າຍທອດສົດ.
ລາຍງານລະບຸວ່າ : ໂຮງແຮມຫລາຍແຫ່ງໃນກາຕາ ຕັດສິນໃຈແລ້ວທີ່ຈະບໍ່ຈ່າຍເງິນເພື່ອຊື້ລິຂະສິດຖ່າຍທອດສົດຜ່ານຈໍທີວີໃຫ້ລູກ ຄ້າຊົມເກມ ຫລັງ “ Bein Sport” ຕັ້ງລາຄາການຮຽກເກັບເງິນເພື່ອແລກກັບການຖ່າຍທອດສົດເກມໃນໂຮງແຮມໄວ້ສູງ ເຖິງ ຈະບໍ່ມີການເປີດເຜີຍຕົວເລກທີ່ຈະແຈ້ງ ແຕ່ໂຮງແຮມຫລາຍແຫ່ງລະບຸວ່າ ຫາກພວກເຂົາຍອມຈ່າຍໃນລາຄາດັ່ງກ່າວ ກໍອາດ ສົ່ງຜົນໃຫ້ພວກເຂົາຕ້ອງຂຶ້ນລາຄາຄ່າຫ້ອງພັກ ແລະ ຈະສົ່ງຜົນກະທົບກັບລູກຄ້າ ຈາກເກ່ົາທີ່ລາຄາຄ່າຫ້ອງພັກໃນໄລ ຍະດັ່ງກ່າວກໍແພງຢູ່ແລ້ວ.
ນອກຈາກນີ້ ບັນດາຮ້ານອາຫານຕ່າງໆກໍຖືກຮຽກເກັບເງິນເຖິງ 100,000 ຣິຢາລ ຫລື ປະມານ 480,000,000 ກີບ ເພື່ອແລກ ກັບການໄດ້ສິດທິຖ່າຍທອດສົດເກມການແຂ່ງຂັນໃຫ້ລູກຄ້າໄດ້ຊົມເກມ ເຊິ່ງຖືເປັນລາຄາທີ່ແພງມະຫາສານເຊ່ັນກັນ ສົ່ງຜົນ ໃຫ້ແຟນບານທີ່ເດີນທາງໄປຊົມເກມທີ່ກາຕາ ອາດຫມົດສິດຊົມເກມທາງຈໍໂທລະພາບ ທັງໃນໂຮງແຮມ ແລະ ຮ້ານອາຫານ.

