ກຳປູເຈຍ ເປີດນຳໃຊ້ທາງດ່ວນ ພະນົມເປັນ-ສີຫານຸ ໄລຍະທົດລອງ ສາມາດນຳໃຊ້ຟຣີ ພາຍໃນ 1 ເດືອນ

ວັນທີ 1 ຕຸລາ 2022 ຜ່ານມາ, ກຳປູເຈຍ ເປີດໃຊ້ງານທາງດ່ວນພະນົມເປັນ-ສີຫານຸ ເຊິ່ງລົງທຶນໂດຍບໍລິສັດຈີນ ໄລຍະທົດລອງ ໃຫ້ນຳໃຊ້ຟຣີ ໄລຍະ 1 ເດືອນ ເພື່ອດຶງດູດໃຈຜູ້ຂັບຂີ່ຍານພາຫະນະຫັນມາໃຊ້ທາງດ່ວນເສັ້ນທຳອິດຂອງປະເທດ.

ທາງດ່ວນສາຍພະນົມເປັນ-ສີຫານຸ ມີມູນຄ່າ 2 ຕື້ລ້ານໂດລາສະຫະລັດ, ສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 187,05 ກິໂລແມັດ, ສາມາດແລ່ນລົດໄດ້ພ້ອມກັນ 4 ຄັນ ເສັ້ນໄປ 2 ຄັນ ເສັ້ນກັບ 2 ຄັນ. ລົງທຶນໂດຍບໍລິສັດ ໄຊນ່າ ໂຣດ ແອນ ບຣິດ ຄໍປໍເຣຊັນ (china road and bridge corporation)

ທ່ານ ຍິດ ບຸນນາ ລັດຖະມົນຕີກະຊວງໂຍທາທິການ ແລະ ການຂົນສົ່ງ ຂອງກຳປູເຈຍ ລະບຸວ່າ: ໂຄງການທາງດ່ວນໄດ້ສຳເລັດສົມບູນເມື່ອບໍ່ດົນມານີ້  ຫລັງຈາກດຳເນີນສ້າງມາດົນກວ່າ 3 ປີ ແລະ ເລີ່ມຕົ້ນທົດລອງໃຊ້ງານຟຣີໃນຊ່ວງວັນທີ 1-31 ຕຸລາ 2022 ນີ້