
ວັນທີ 3 ຕຸລາ 2022 ນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022.
ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ແລະ ຄະນະ ໃນຄັ້ງນີ້ ຊຶ່ງຖືວ່າເປັນຄັ້ງທໍາອິດຂອງການຢ້ຽມຢາມຂັ້ນນາຍົກລັດຖະມົນຕີ ແລະ ເປັນຄັ້ງປະຫວັດສາດ ທີ່ມີຄວາມໝາຍສໍາຄັນ ປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານສະຫາຍອ້າຍນ້ອງລະຫວ່າງສອງປະເທດລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ ຊາບກ່ຽວກັບຜົນການພົບປະກັບນາຍົກລັດຖະມົນຕີ ພັນຄໍາ ວິພາວັນໃນວັນທີ 2 ຕຸລາ ຜ່ານມາ ແລະ ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ທ່ານ ມີເກັນ ດີເອັດສ-ກາແນນ ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ ປະທານປະເທດ ແຫ່ງ ສ ກູບາ ເຖິງ ທ່ານ ທອງລຸນ ສີສຸລິດ ເດີນທາງຢ້ຽມຢາມ ສ ກູບາ ໃນໂອກາດອັນເໝາະສົມ.
ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍຂອງສອງນາຍົກລັດຖະມົນຕີ, ພ້ອມທັງສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງການ ເຖິງແມ່ນວ່າສອງປະເທດຈະຢູ່ຫ່າງໄກກັນກໍຕາມຊຶ່ງສະແດງອອກໃນການພົວພັນທາງດ້ານການເມືອງລະຫວ່າງສອງປະເທດສືບຕໍ່ໜັກແໜ້ນ, ສອງຝ່າຍມີຄວາມເຂົ້າອົກເຂົ້າໃຈກັນດີ, ມີທັດສະນະຄ້າຍຄືກັນຕໍ່ຫຼາຍໆບັນຫາ ແລະ ສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນດ້ານຕ່າງໆໃນຂອບສອງຝ່າຍ ແລະ ຫຼາຍຝ່າຍລວມທັງໃນເວທີພາກພື້ນ ແລະ ສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດຈົນເຖິງປັດຈຸບັນ. ຢືນຢັນຄືນວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ເຮັດສຸດຄວາມສາມາດຮ່ວມກັບພັກ, ລັດ ແລະ ປະຊາຊົນກູບາ ອ້າຍນ້ອງປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງຊາດ ລາວ-ກູບາໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນເພື່ອນໍາເອົາຜົນປະໂຫຍດ ຕົວຈິງທີ່ເປັນຮູບປະທຳມາສູ່ປະຊາຊົນສອງຊາດ, ພິເສດສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງ ຄົບ ຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ ໃນປີ 2024 ແລະ ຍັງໄດ້ເນັ້ນຕື່ມວ່າ ສອງຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມືກັນໃນວຽກງານ ແລະ ຂະແໜງການຕ່າງໆ ເຊັ່ນ: ການສຶກສາ, ກິລາ, ສາທາລະນະສຸກ, ລວມທັງຂະແໜງການໃໝ່ອື່ນໆ ທີ່ສອງຝ່າຍມີທ່າແຮງ; ພ້ອມນີ້ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ທ່ານມີເກັນ ດີເອັດສ-ກາແນນ, ພ້ອມທັງໄດ້ຝາກຄວາມຄິດຮອດຄິດເຖິງ, ຄໍາຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດໃນໂອກາດນີ້ດ້ວຍ.