ປະຫວັດສາດຕ້ອງຈາລຶກ, ເບລລິງແຮມ ສ້າງສະຖິຕິໃຫມ່ໃນເວທີບຸນເດສລີກາ

ຈູດ ເບລລິງແຮມ ດາວເຕະຂອງ ໂບຣຸສເຊຍ ດອດມຸນ ສ້າງສະຖິຕິເປັນຫົວໜ້າທີມອາຍຸໜ້ອຍທີ່ສຸດໃນບຸນເດສລີກາ ໄດ້ສຳເລັດ.
ເບລລິງແຮມ ນັກເຕະທີມຊາດອັງກິດ ເຊິ່ງຕົກເປັນຂ່າວໄດ້ຮັບຄວາມສົນໃຈຈາກຫລາຍທີມດັງໃນຢູໂຣບ ສ້າງສະຖິຕິເປັນ ຫົວໜ້າທີມໃນລີກເຢຍລະມັນທີ່ມີອາຍຸໜ້ອຍທີ່ສຸດພຽງ 19 ປີ ເນື່ອງຈາກສອງຫົວໜ້າທີມຄົນທຳອິດຂອງສະໂມສອນທັງ ມາໂກ ຣອຍ ແລະ ມັດ ຮຸມເມິລ ລົງຫລິ້ນບໍ່ໄດ້ດ້ວຍກັນທັງຄູ່ ຈຶ່ງເຮັດໃຫ້ ເບລລິງແຮມ ຖືກວາງຕົວໃຫ້ເປັນຫົວໜ້າ ທີມໃນລຳດັບຖັດມາໄດ້ໃສ່ປອກແຂນ.
“ ມັນເຫມືອນຝັນທີ່ເປັນຈິງ ຕອນທີ່ຂ້ອຍເຊັນສັນຍາກັບສະໂມສອນ ມັນເປັນສິ່ງທີ່ຂ້ອຍບໍ່ເຄີຍຄິດເຖິງມາກ່ອນ ຈົນຂ້ອຍໄດ້ພົບກັບຫມູ່ ”.
“ ນັບຈາກນັ້ນ ຂ້ອຍກໍເນັ້ນຫນັກວ່າພວກເຂົາສ້າງຄວາມເຊື່ອຫມັ້ນໃຫ້ຂ້ອຍຈຶ່ງໄດ້ເປັນຫົວໜ້າທີມ ມັນເປັນສິ່ງທີ່ຄົນອື່ນເວົ້າ ເຖິງຂ້ອຍສະເຫມີ ແຕ່ຂ້ອຍບໍ່ໄດ້ໃສ່ໃຈຫລາຍ, ຂ້ອຍຮູ້ສຶກຊາບຊຶຶ້ງໃຈທີ່ໄດ້ຮັບມອບໂອກາດໃນມື້ນີ້ ແຕ່ສຸດທ້າຍແລ້ວຂ້ອຍ ຜິດຫວັງເພາະເຮົາບໍ່ຊະນະ ”.
ສ່ວນທາງດ້ານ ເອດິນ ແທຣຊິສ ຜູ້ຈັດການທີມ ກ່າວເຖິງນັກເຕະໄວໜຸ່ມເຊິ່ງຮັບໃຊ້ທີມເປັນປີທີ 3 ວ່າ : “ ລາວມີຄວາມເປັນຜູ້ນຳ ແລະ ລາວເຮັດໄດ້ດີ, ມັນບໍ່ສຳຄັນເລີຍວ່າລາວມີອາຍຸພຽງໃດ ແລະ ຢູ່ກັບເຮົາມາດົນສຳ່ໃດ ດ້ວຍເຫດນີ້ລາວຈຶ່ງສົມຄວນໄດ້ຮັບມັນ ”.

