ທະນາຄານແຫ່ງ ສປປ ລາວ ປະຕິບັດ 3 ໜ້າທີ່ຫລັກ

ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຄະນະປະຈຳພັກ ທະນາຄານແຫ່ງ ສປປ ລາວ ໄດ້ກ່າວໃນງານກິລາແລ່ນ-ຍ່າງ ເພື່ອສຸຂະພາບ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງຄົບຮອບ 54 ປີ ໃນວັນທີ 1 ຕຸລາ 2022 ທີ່ຜ່ານມາວ່າ: ທະນາຄານແຫ່ງ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 7 ຕຸລາ 1968 ທີ່ເມືອງວຽງໄຊ ແຂວງຫົວພັນໂດຍການຊີ້ນໍາ-ນໍາພາຂອງພັກ ກໍ່ຄືສູນກາງແນວລາວສ້າງຊາດ ມີໜ້າທີ່ພິມຈໍາໜ່າຍເງິນກີບປົດປ່ອຍອອກຈໍລະຈອນ ແລະ ຄຸ້ມຄອງ-ນໍາພາວຽກງານທະນາຄານຢູ່ເຂດປົດປ່ອຍ ທັງເປັນຄັງເງິນຮັບໃຊ້ເບີກຈ່າຍເງິນເດືອນ-ເງິນບໍລິຫານໃຫ້ບັນດາສໍານັກງານ-ອົງການອ້ອມຂ້າງສູນກາງ ແລະ ເຂດພິເສດ, ຜະຕິບັດນະໂຍບາຍສິນເຊື່ອ ເພື່ອຂະຫຍາຍການຜະລິດ ແລະ ທັງເປັນການຕໍ່ສູ້ດ້ານເງິນຕາກັບຝ່າຍສັດຕູ. ຈົນມາຮອດປະຈຸບັນ ທະນາຄານແຫ່ງ ສປປ ລາວ ແມ່ນປະຕິບັດ 3 ໜ້າທີຫຼັກຄື: ❶ຄຸ້ມຄອງມະຫາພາກທາງດ້ານເງິນຕາ ໃຫ້ມີສະຖຽນລະພາບ, ❷ຄຸ້ມຄອງສະຖາບັນການເງິນ ໃຫ້ມີຄວາມໝັ້ນຄົງ, ❸ຄຸ້ມຄອງລະບົບການຊໍາລະ ໃຫ້ມີປະສິດທິພາບ. ຜ່ານຂະບວນວິວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດ 54 ປີ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ; ຂະແໜງການທະນາຄານ ໂດຍສະເພາະ ທຫລ ໄດ້ຮັບການພັດທະນາຂຶ້ນບໍ່ຢຸດຢັ້ງ ເປັນຕົ້ນວຽກງານວິຊາສະເພາະ ໄດ້ຮັບການຍົກສູງຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ຊຶ່ງຖືເອົາວຽກງານການເມືອງ-ແນວຄິດ ເປັນບັນຫາສໍາຄັນຕົ້ນຕໍ ໂດຍຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາຕິດພັນກັບການຮັກສະຖຽນລະພາບເງິນຕາ ແລະ ສະໜອງທຶນແກ້ໄຂຄວາມທຸກຍາກ”. ປັດຈຸບັນທະນາຄານແຫ່ງ ສປປ ລາວມີສໍານັກງານໃຫຍ່ ແລະ ສາຂາ 5 ແຫ່ງ, ທະນາຄານທຸລະກິດ 43 ແຫ່ງ ແລະ ສະຖາບັນການເງິນ 235 ແຫ່ງ.

