ຍິງສາວຄົນລາວ ຖືກພໍ່ຄ້າ ຂາຍເຂົ້າມັນໄກ່ຂົ່ມຂືນ ທີ່ປະເທດໄທ.

ສຳນັກຂ່າວໄທຣັດອອນລາຍ ໄດ້ລາຍງານວ່າ: ວັນທີ 29 ກັນຍາ 2022 ທີ່ຜ່ານມາ ເພຈສາຍໄໝຕ້ອງລອດ(ໄທ) ໄດ້ນຳພາ ຍິງສາວຄົນລາວ ທີ່ຖືກພໍ່ຄ້າຂາຍເຂົ້າມັນໄກ່ບັງຄັບຂົ່ມຂືນ ເຂົ້າຍື່ນຟ້ອງຕໍ່ກະຊວງຍຸຕິທຳ ປະເທດໄທ ເພື່ອຂໍຊ່ວຍຕິດຕາມຄະດີຊາວຕ່າງຊາດ ໃຫ້ໄດ້ຮັບຄວາມເປັນທຳ ແລະ ຮ້ອງຂໍຄ່າຊົດເຊີຍຈາກກົມຄຸ້ມຄອງສິດ.
ຈາກກໍລະນີ ຍິງສາວຄົນລາວ ອາຍຸ 19 ປີ ແລະ ອ້າຍ ເດີນທາງໄປຮ້ອງຂໍຄວາມຊ່ວຍເຫລືອກັບ ເພຈ ສາຍໄໝຕ້ອງລອດ ພາຍຫລັງທີ່ນ້ອງສາວຖືກນາຍຈ້າງທີ່ເປັນພໍ່ຄ້າຂາຍເຂົ້າມັນໄກ່ ຢູ່ທີ່ ອຳເພີ ບາງບົວທອງ ຈັງຫວັດ ນົນທະບູລີ ຕົວະຮັບໄປເຮັດວຽກ ແຕ່ພາໄປເຮືອນອີກຫລັງໜຶ່ງແລ້ວໄດ້ໃຊ້ມືບີບຄໍ ແລະ ໃຊ້ປືນຈີ້ບັງຄັບຂົ່ມຂືນ ໂດຍເກີດເຫດການດັ່ງກ່າວແມ່ນເກີດຂຶ້ນໃນວັນທີ 26 ກັນຍາ 2022. ທ່ານ ເອກະພົບ ເຫລືອງປະເສີດ ເຈົ້າຂອງເພຈ ສາຍໄໝຕ້ອງລອດກ່າວວ່າ: ໄດ້ພາຜູ້ເສຍຫາຍເຂົ້າມາຮ້ອງທຸກກັບກະຊວງຍຸຕິທຳ 2 ເລື່ອງຄື: ຂໍໃຫ້ຕິດຕາມຄວາມຄືບໜ້າທາງຄະດີ ແລະ ຮ້ອງຂໍຄ່າຊົດເຊີຍຈາກກົມຄຸ້ມຄອງສິດ. ນອກນັ້ນ ຜູ້ກໍ່ເຫດຍັງມີການຂົ່ມຂູ່ຜູ້ເສຍຫາຍວ່າ “ເຈົ້າເປັນຄົນລາວ ຕຳຫລວດ ຫລື ຂະບວນຍຸຕິທຳຂອງໄທບໍ່ຄຸ້ມຄອງດອກ ເພາະຂ້ອຍເປັນຄົນໄທ ຕຳຫລວດຕ້ອງຊ່ວຍກັນຢູ່ແລ້ວ” ຈຶ່ງຢາກຝາກເຕືອນໄປເຖິງພີ່ນ້ອງຊາວລາວວ່າບໍ່ຕ້ອງກັງວົນ ບໍ່ວ່າໃຜກໍຕາມທີ່ມາຢູ່ຜືນແຜ່ນດິນໄທ ຕ້ອງໄດ້ຮັບການຄຸ້ມຄອງຕາມຂະບວນການຍຸຕິທຳເທົ່າທຽມກັນ ບໍ່ໄດ້ແບ່ງຊາດ ດັ່ງນັ້ນຕໍ່ກັບກໍລະນີດັ່ງກ່າວ ຜູ້ກໍ່ເຫດຕ້ອງຖືກດຳເນີນຄະດີຕາມລະບຽບກົດໝາຍຢ່າງແນ່ນອນ.