ທະນາຄານແຫ່ງ ສປປ ລາວ ຈັດຂະບວນການກິລາແລ່ນ- ຍ່າງ ເພື່ອສຸຂະພາບ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງຄົບຮອບ 54 ປີ

ໃນຕອນເຊົ້າວັນທີ 1 ຕຸລາ 2022 ທີ່ ເຂດເສດຖະກິດພິເສດ ບຶງທາດຫລວງ ນະຄອນຫລວງວຽງຈັນ ທະນາຄານແຫ່ງ ປປ ລາວ ໄດ້ຈັດຂະບວນການກິລາແລ່ນ-ຍ່າງເພື່ອສະຂະພາບ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 54 ປີ (7/10/1968 – 7/10/2022) ໄລຍະ 2,5 ກິໂລແມັດ ແລະ 5,5 ກິໂລແມັດ ຮ່ວມກັບ ທະນາຄານທຸລະກິດ ທີ່ດຳເນີນທຸລະກິດຢູ່ ສປປ ລາວ ເປັນປະທານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຕ່າງໜ້າຄະນະນຳຂອງ ທຫລ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບທີ່ໄດ້ມີການຫ້າງຫາກະກຽມຂະບວນການໃນມື້ນີ້ ເຮັດໃຫ້ກິດຈະກຳນີ້ສາມາດເກີດຂຶ້ນໄດ້ ແລະ ຂໍອວຍພອນໄຊມາຍັງບັນດາການນຳ, ແຂກທຸກໆທ່ານ ທີ່ມາຮ່ວມງານໃນມື້ນີ້ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຕາມຄາດໝາຍ.
ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຄະນະປະຈຳພັກ ທຫລ, ຫົວໜ້າຄະນະຮັບຜິດຊອບຈັດຂະບວນການແລ່ນມິນິມາລາທອນ ໄດ້ໃຫ້ຮູ້ຈຸດປະສົງຂອງຂະບວນການໃນມື້ນີ້ ແມ່ນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 54 ປີ ໃຫ້ມີຄວາມເບີກບານມ່ວນຊື່ນ, ມີຄວາມຟົດຟື້ນ, ມີຊີວິດຊີວາ, ເສີມສ້າງຄວາມສາມັກຄີ, ເສີມຂະຫຍາຍສາຍສຳພັນອັນສະໜິດແໜ້ນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າພາຍໃນຂະແໜງການທະນາຄານ-ການເງິນຂອງພວກເຮົາ. ໂດຍກ່ອນໜ້ານີ້, ທຫລ ໄດ້ປະກອບສ່ວນຊ່ວຍສັງຄົມ ໂດຍ ມອບເງິນ ຊ່ວຍຜູ້ປະສົບໄພນໍ້າຖ້ວມຢຸ່ແຂວງອຸດົມໄຊຈຳນວນ 215.880.000 ກີບ ແລະ ສະຫນັບຫນູນ ການປະກວດພິທີກອນ, ໂຄສົກໄວຫນຸ່ມທີ່ຈັດໂດຍສະຖານນີໂທລະພາບແຫ່ງຊາດລາວຈຳນວນ 20.000.000 ກີບ.
ທ່ານຍັງໄດ້ໃຫ້ຮູ້ອີກວ່າ: ທະນາຄານແຫ່ງ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 7 ຕຸລາ 1968 ທີ່ເມືອງວຽງໄຊ ແຂວງຫົວພັນໂດຍການຊີ້ນໍາ-ນໍາພາຂອງພັກ ກໍ່ຄືສູນກາງແນວລາວສ້າງຊາດ ມີໜ້າທີ່ພິມຈໍາໜ່າຍເງິນກີບປົດປ່ອຍອອກຈໍລະຈອນ ແລະ ຄຸ້ມຄອງ-ນໍາພາວຽກງານທະນາຄານຢູ່ເຂດປົດປ່ອຍ ທັງເປັນຄັງເງິນຮັບໃຊ້ເບີກຈ່າຍເງິນເດືອນ-ເງິນບໍລິຫານໃຫ້ບັນດາສໍານັກງານ-ອົງການອ້ອມຂ້າງສູນກາງ ແລະ ເຂດພິເສດ, ຜະຕິບັດນະໂຍບາຍສິນເຊື່ອ ເພື່ອຂະຫຍາຍການຜະລິດ ແລະ ທັງເປັນການຕໍ່ສູ້ດ້ານເງິນຕາກັບຝ່າຍສັດຕູ. ຈົນມາຮອດປະຈຸບັນ ທະນາຄານແຫ່ງ ສປປ ລາວ ແມ່ນປະຕິບັດ 3 ໜ້າທີຫຼັກຄື: ❶ຄຸ້ມຄອງມະຫາພາກທາງດ້ານເງິນຕາ ໃຫ້ມີສະຖຽນລະພາບ, ❷ຄຸ້ມຄອງສະຖາບັນການເງິນ ໃຫ້ມີຄວາມໝັ້ນຄົງ, ❸ຄຸ້ມຄອງລະບົບການຊໍາລະ ໃຫ້ມີປະສິດທິພາບ.
ຜ່ານຂະບວນວິວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດ 54 ປີ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ; ຂະແໜງການທະນາຄານ ໂດຍສະເພາະ ທຫລ ໄດ້ຮັບການພັດທະນາຂຶ້ນບໍ່ຢຸດຢັ້ງ ເປັນຕົ້ນວຽກງານວິຊາສະເພາະ ໄດ້ຮັບການຍົກສູງຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ຊຶ່ງຖືເອົາວຽກງານການເມືອງ-ແນວຄິດ ເປັນບັນຫາສໍາຄັນຕົ້ນຕໍ ໂດຍຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາຕິດພັນກັບການຮັກສະຖຽນລະພາບເງິນຕາ ແລະ ສະໜອງທຶນແກ້ໄຂຄວາມທຸກຍາກ”. ປັດຈຸບັນທະນາຄານແຫ່ງ ສປປ ລາວມີສໍານັກງານໃຫຍ່ ແລະ ສາຂາ 5 ແຫ່ງ, ທະນາຄານທຸລະກິດ 43 ແຫ່ງ ແລະ ສະຖາບັນການເງິນ 235 ແຫ່ງ.

