ເມືອງ ທ່າແຕງ ແຂວງເຊກອງ ໄດ້ຮັບຜົນກະທົບນ້ຳຖ້ວມ 4 ບ້ານ ຈາກພະຍຸ ໂນຣູ (Noru)

ຈາກສະພາບຝົນຕົກໜັກ ແລະ ລົມພັດແຮງຢູ່ພາກໃຕ້ຂອງລາວ ເຊິ່ງເປັນອິດທິພົນຂອງພາຍຸໃຕ້ຝຸ່ນໂນຣູ (Noru) ໃນວັນທີ 27-30 ກັນຍາ 2022 ໄດ້ເຮັດໃຫ້ນໍ້າໄຫລຖ້ວມຊຸຫລາຍທ້ອງຖິ່ນໄດ້ຮັບຜົນກະທົບ ແລະ ເສຍຫາຍ. ຂະນະດຽວກັນຢູ່ເມືອງທ່າແຕງ ແຂວງເຊກອງ ມີ 4 ບ້ານກໍໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ.

ເຊິ່ງວັນທີ 29 ກັນຍາ 2022 ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງ ເຊກອງ ພ້ອມຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ເມືອງ ໄດ້ລົງເຄື່ອນໄຫວຕິດຕາມ-ກວດກາ ພື້ນທີ່ ທີ່ຖືກຜົນກະທົບ ໂດຍໄດ້ຮັບການລາຍງານຈາກອໍານາດການປົກຄອງ 4 ບ້ານຄື: ບ້ານກັນດອນມີ 15 ຄອບຄົວ, ມີເນື້ອທີ່ນາເສຍຫາຍ 140 ເຮັກຕາ, ບ້ານ ໜອງກັນ ມີ 10 ຄອບຄົວ, ໜອງປາເສຍຫາຍ 10 ໜອງ, ບ້ານ ດອນຊາ ມີ 2 ຄອບຄົວ, ໜອງປາ 2 ໜອງ, ເນື້ອທີ່ນາຫລາຍກວ່າ 1 ເຮັກຕາ ແລະ ບ້ານ ທົ່ງຫວາຍ, ເນື້ອທີ່ດິນປຸກສ້າງເຊາະເຈື່ອນ 68 ຕອນ, ດິນຜະລິດກະສິກໍາ 68 ຕອນ, ເນື້ອທີ່ມັນຕົ້ນ 110 ເຮັກຕາ, ເນື້ອທີ່ກາເຟ 120 ເຮັກຕາ, ເນື້ອທີ່ນາ 10 ເຮັກຕາ, ເນື້ອທີ່ໝາກແໜ່ງ 130 ເຮັກຕາ, ນາສັກມີ 52 ເຮັກຕາ, ໜອງປາມີ 7 ໜອງ ແລະ ວິດຖ່າຍຈໍານວນ 68 ຫລັງຄາເຮືອນນໍາໃຊ້ບໍ່ໄດ້.
ໂອກາດນີ້, ທ່ານ ເຈົ້າແຂວງເຊກອງ ໄດ້ຮຽກຮ້ອງໃຫ້ຄະນະກໍາມະການທຸກຂັ້ນ ເພີ່ມຄວາມເອົາໃຈໃສ່ຕິດຕາມສະພາບອາກາດ ແລະ ລະດັບນໍ້າຢ່າງໃກ້ຊິດໃນແຕ່ລະໄລຍ ໄປຄຽງຄູ່ກັບການເພີ່ມທະວີມາດຕະການປ້ອງກັນຄວາມປອດໄພທາງດ້ານຊີວິດ, ຊັບສິນ ແລະ ສຸຂະພາບຂອງຜູ້ປະສົບໄພ, ພ້ອມທັງເລັ່ງເກັບກໍາຜົນເສຍຫາຍຢ່າງລະອຽດຊັດເຈນ ເພື່ອວາງແຜນໃຫ້ການຊ່ວຍເຫລືອ, ຟື້ນຟູຜົນກະທົບທັງສະເພາະໜ້າ ແລະ ຍາວນານ ເພື່ອຮັບປະກັນໃຫ້ການດໍາລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.

