ວັນທີ 28 ກັນຍາ 2022 ຜ່ານມານີ້ ປກສ ເມືອງໄຊທານີ ນວ ໄດ້ຈັດກອງປະຊຸມ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ IV ສະໄໝທີ XI ຕິດພັນກັບມະຕິ 206/ ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່; ໂດຍການເຊື່ອມຊຶມຂອງ ພັທ ຈັນເພັງ ແກ້ວປະເສີດ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ, ມີຄະນະພັກ-ຄະນະ ກອງບັນຊາການ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ພັທ ຈັນເພັງ ແກ້ວປະເສີດ ໄດ້ຍົກໃຫ້ຮູ້ເນື້້ອໃນບາງຕອນຂອງມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ IV ສະໄໝທີ XI ວ່າ: ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຕໍ່ບັນຫາສໍາຄັນ ເປັນຕົ້ນແມ່ນ:
– ປະເມີນສະພາບແວດລ້ອມຢູ່ພາກພຶ້ນ ແລະ ສາກົນໃນປັດຈຸບັນ ຍັງຕົກຢູ່ໃນພາວະເຄັ່ງຕຶງ ແລະ ມີຄວາມສັບສົນຕໍ່ເນື່ອງ;
– ການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຄະນະບໍລິຫານງານສູນກາງພັກໄດ້ຕີລາຄາສູງຕໍ່ລັດຖະບານ ທີ່ມີຄວາມພະຍາຍາມ ແລະ ເອົາໃຈໃສ່ຊີ້ນໍາການຈັດຕັ້ງປະຕິບັດຕໍ່ແຜນດັ່ງກ່າວ;
– ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ໃຫ້ປະກົດຜົນເປັນຈິງ; ຊຸກຢູ້ສົ່ງເສີມຜູ້ປະກອບການທຸລະກິດ ໃຫ້ມີຄວາມເຂັ້ມແຂງ;
– ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວ ຂອງອົງການບໍລິຫານລັດຕາມທິດໃຫ້ເຂັ້ມແຂງ ມີປະສິດທິພາບ;
– ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ;
– ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນໍາກ່ຽວກັບການຄົ້ນຄວ້າທິດສະດີ ແລະ ພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ;
– ກະກຽມດໍາເນີນກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ V ແລະ ຍົກສູງຄວາມເປັນເຈົ້າການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງ ແລະ ມີຜົນສໍາເລັດ.
ພ້ອມນີ້ ທ່ານ ຍັງຍົກມະຕິ 206/ ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່: ພັກເຮົາຍາມໃດກໍເຫັນໄດ້ຄວາມສໍາຄັນຂອງວຽກງານການເມືອງແນວຄິດ ເປັນໜ້າທີ່ສໍາຄັນພື້ນຖານ, ເປັນວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈໍາ ໃນທຸກຂົງເຂດວຽກງານຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ເປັນປັດໄຈຮັບປະກັນທຸກໄຊຊະນະຂອງການປະຕິວັດ; ບົນຈິດໃຈດັ່ງກ່າວ ສູນກາງພັກ ແລະ ທຸກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນ, ເຜີຍແຜ່ສະພາບການພາຍໃນ ແລະ ສາກົນ; ເຊິ່ງເຮັດໃຫ້ພະນັກງານ, ສະມາຊິກພັກ ເຫັນໄດ້ເລ່ຫຼຽມອິດທິກໍາລັງປໍລະປັກ, ເປັນເຈົ້າການເຂົ້າຮ່ວມສະກັດກັ້ນ ແລະ ທັບມ້າງການການຫັນປ່ຽນໂດຍສັນຕິຂອງສັດຕູ.