ເກີດແຜ່ນດິນໄຫວ 1 ຄັ້ງ ໃນບໍລິເວນແຂວງຜົ້ງສາລີ ແຮງສັ່ນສະເທືອນ 3.4 ຣິກເຕີ

ຕາມການລາຍງານ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2022 ໃນເວລາ 03:40 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 1 ຄັ້ງ ໃນບໍລິເວນ ແຂວງຜົ້ງສາລີ ມີຈຸດ ສູນກາງຢູ່ເສັ້ນຂະໜານທີ 21.973 ອົງສາເໜືອ ແລະ ເສັ້ນແວງທີ 101.691 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣິກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງ ເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງຍອດອູ ແຂວງຜົ້ງສາລີ ເຊິ່ງຈຸດ ເກິດແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງຍອດອູ ປະມານ 20 ກິໂລແມັດ.
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.