ພາຍຸເຮີລິເຄນອຽນ ຖະຫລົ່ມລັດຟໍຣິດາ ສະຫະລັດ ເຮັດໃຫ້ປະຊາຊົນບໍ່ມີໄຟຟ້າໃຊ້ຫລາຍລ້ານຄົນ

ໃນວັນທີ 29 ກັນຍາ 2022 ນີ້ ສູນ ເຮີລິເຄນ ແຫ່ງສະຫະລັດ ລາຍງານວ່າ: ພາຍຸ ເຮີລິເຄນອຽນ ພັດຖະຫລົ່ມ ລັດຟໍຣິດາຢ່າງຕໍ່ເນື່ອງ ເຮັດໃຫ້ເກີດນ້ຳຖ້ວມ ແລະ ມີລົມແຮງ ສົ່ງຜົນໃຫ້ປະຊາຊົນບໍ່ມີໄຟຟ້າໃຊ້ເກືອບ 2 ລ້ານຄົນ
ປັດຈຸບັນ ພາຍຸ ເຮີລິເຄນອຽນ ພັດຂຶ້ນທາງພາກຕາເວັນຕົກສ່ຽງໃຕ້ຂອງລັດຟໍຣິດາດ້ວຍຄວາມແຮງລະດັບ 4 ແລະ ໄດ້ອ່ອນກຳລັງລົງດ້ວຍຄວາມໄວສູງສຸດ 185 ກິໂລແມັດຕໍ່ຊົ່ວໂມງ.
ມີການຄາດຄະເນວ່າສູນກາງຂອງພາຍຸອຽນ ຈະອອກສູ່ມະຫາສະໝຸດແອດແລນຕິກ ພາຍໃນຕອນກາງຄືນຂອງວັນທີ 29 ກັນຍານີ້ ແລະ ຈະເຄື່ອນຕົວເຂົ້າໃກ້ຝັ່ງຕາເວັນອອກຂອງລັດຟໍຣິດາ.
ຜູ້ວ່າການລັດຟໍຣິດາ ຮຽກຮ້ອງໃຫ້ປະຊາຊົນລະມັດລະວັງຕົວຫາກເດີນທາງອອກນອກນອກບ້ານເຮືອນ ພ້ອມເຕືອນໃຫ້ຫລີກລ່ຽງບ່ອນທີ່ມີສາຍໄຟຂາດ, ນ້ຳຖ້ວມຂັງ ແລະ ຫ່າງອອກຈາກຕົ້ນໄມ້.

