ຂ່າວອອນລາຍແຂວງອັດຕະປືລາຍງານໃຫ້ຮູ້ວ່າ: ວັນທີ 28 ກັນຍາ 2022 ນີ້, ໃນການກຽມຄວາມພ້ອມ ແລະ ເສີມກໍາລັງເພື່ອຮັບມືກັພະຍຸໄຕ້ຝຸ່ນ ໂນຣູ.
ບັນດາເມືອງທີ່ໄດ້ຮັບຜົນກະທົບຫນັກມີ 2 ເມືອງຄື: ເມືອງ ຊານໄຊ ແລະ ເມືອງ ສະໜາມໄຊ, ຕໍ່ກັບສະພາບການດັ່ງກ່າວທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຈັດເສີມກຳລັງກູ້ຊີບກູ້ໄຟລົງປະຈຳພາກສະຫນາມໂດຍປະສານສົມທົບກັບ ບັນດາເມືອງເປັນຕົ້ນ: ເມືອງຊານໄຊ ມີ ເຮືອ 1 ລຳ ລົດເຊອາ 1 ຄັນ, ກຳລັງ 10 ຄົນ, ເມືອງມີເຮືອ 1 ລຳ ກຳລັງ 10 ຄົນ, ລວມມີເຮືອ 2 ລຳ, ກຳລັງ 20 ຄົນ, ເພື່ອຍົກຍ້າຍຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ໄດ້ຊ່ວຍເຫຼືອນັກຮຽນ-ຄູອາຈານ ທີ່ຕິດຢູ່ໂຮງຮຽນ ມຕ ຈະເລີນໄຊ, ປັດຈຸບັນແມ່ນໄດ້ຮັບການຊ່ວຍເຫຼືອ ແລະ ມີຄວາມປອດໄພດີ.
ສ່ວນເມືອງສະໜາມໄຊ ຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ໄດ້ສົ່ງກຳລັງ 10 ຄົນ ເຮືອ 1 ລຳ, ລົງສົມທົບກັບເມືອງ ແລະ ເມືອງມີເຮືອ 2 ລໍາ, ລວມມີເຮືອ 3 ລຳ, ມີກຳລັງທັງໝົດ30 ຄົນ ຊ່ວຍຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບແລ້ວ, ສໍາລັບຂັ້ນແຂວງ ແມ່ນມີ ເຮືອ 4 ລຳ ລົດເຊອາ 3 ຄັນ ກຳລັງ 70 ຄົນ ແລະ ມີຄະນະຊີ້ນຳຢ່າງໃກ້ຊິດ, ມີການປະຊຸມເປັນໄລຍະ ຮ່ວມກັບພະແນກຊັບພະຍາກອນທຳມມະຊາດສິ່ງແວດລ້ອມ ແຂວງ ໃນການເຝົ້າລະວັງນໍ້າຂຶ້ນລົງ ເພື່ອວາງແຜນຮັບມື.
ນອກນີ້ ກອງເລຂາ ຂັ້ນແຂວງ ແມ່ນໄດ້ປະຈຳການຕະຫລອດ 24 ຊົ່ວໂມງ. ສ່ວນຂໍ້ມູນການເສຍຫາຍແມ່ນຈະໄດ້ສັງລວມລາຍງານຕາມທີ່ຫຼັງ.