ອາເມລິກາສັ່ງປະຊາຊົນ 2,5 ລ້ານກວ່າຄົນ ອົບພະຍົບໜີເຮີລິເຄນ “ອຽນ”

ສຳນັກຂ່າວຣອຍເຕີລາຍງານວ່າ: ປະຊາຊົນທີ່ອາໄສຢູ່ຕາມຊາຍຝັ່ງອ່າວລັດຟໍຣິດາຂອງອາເມລິກາ ໄດ້ເລັ່ງເກັບຊັບສິນ ແລະ ຕິດຕັ້ງແຜ່ນປິດໄມ້ອັດບໍລິເວນປະຕູ ກ່ອນອົບພະຍົບໄປພື້ນທີ່ປອດໄພ ໃນຂະນະທີ່ພາຍຸເຮີລິເຄນອຽນເຄື່ອນທີ່ເຂົ້າໃກ້ຊາຍຝັ່ງຂອງລັດຟໍຣິດາໃນວັນທີ 28 ກັນຍາ ສົ່ງຜົນໃຫ້ພື້ນທີ່ທາງຕອນໃຕ້ຂອງລັດຜະເຊີນກະແສລົມແຮງໃນເວລາພຽງບໍ່ເທົ່າໃດຊົ່ວໂມງກ່ອນເຮີລິເຄນຫົວດັ່ງກ່າວຈະບຸກຂຶ້ນຝັ່ງ.
ພາຍຸເຮີລິເຄນອຽນມີທ່າອ່ຽງບຸກຂຶ້ນຝັ່ງທາງຕອນໃຕ້ຂອງອ່າວແທມປາໃນລັດຟໍຣິດາໃນຕອນຄໍ່າວັນທີ 28 ກັນຍາ ເວລາທ້ອງຖິ່ນອາເມລິກາໃນຖານະເຮີລິເຄນລະດັບ 4 ຫລັງຈາກເຮີລິເຄນຫົວດັ່ງກ່າວຫາກໍພັດຖະຫລົ່ມກູບາໃນວັນທີ 27 ກັນຍາ.
ສູນເຮີລິເຄນແຫ່ງຊາດອາເມລິກາ (NHC) ທີ່ຕັ້ງຢູ່ໃນເມືອງໄມອາມີເປີດເຜີຍວ່າ: ເຮີລິເຄນອຽນໄດ້ຍົກລະດັບຂຶ້ນເປັນເຮີລິເຄນລະດັບ 4 ແລ້ວ ໂດຍຖືເປັນລະດັບທີ່ມີຄວາມອັນຕະລາຍສູງ ພ້ອມເຕືອນວ່າ: ອິດທິພົນຂອງເຮີລິເຄນຫົວນີ້ອາດເຮັດໃຫ້ເກີດເຫດນ້ຳຖ້ວມຊາຍຝັ່ງ ເຊິ່ງອາດເປັນອັນຕະລາຍຕໍ່ຊີວິດ ທັງຍັງອາດກໍ່ໃຫ້ເກີດຝົນຕົກຫລາຍກວ່າ 1 ແມັດໃນບາງພື້ນທີ່ ໂດຍທາງການຮຽກຮ້ອງໃຫ້ປະຊາຊົນ 2,5 ລ້ານກວ່າຄົນອົບພະຍົບໄປພື້ນທີ່ສູງ. ນອກຈາກນີ້ NHK ຍັງໄດ້ອອກຄຳເຕືອນເລື່ອງຄື້ນພາຍຸພັດເຂົ້າຝັ່ງສຳລັບຊາຍຝັ່ງເກືອບທັງໝົດຂອງລັດຟໍຣິດາ ໂດຍຄາດຄະເນວ່າ: ນ້ຳຈະຖ້ວມບໍລິເວນຊາຍຝັ່ງສູງເຖິງ 12 ແມັດ ເນື່ອງຈາກຄື້ນລົມແຮງ.

