ຟລອຍ ເດີນໜ້າກວາດເງິນ ຂຶ້ນຊົກມວຍນັດພິເສດທີ່ດູໄບ

ຟລອຍ ເມເວເທີ ຈູເນຍ ຍອດນັກຊົກເຈົ້າຂອງສະຖິຕິຊະນະລວດ 50 ຄັ້ງ ຢືນຢັນກຽມຂຶ້ນຊົກນັດພິເສດກັບ ເດຈີ ນ້ອງຂາຍຂອງ ເຄເອສໄອ ຢູທູບເບີ ຊາວອັງກິດໃນວັນທີ 13 ພະຈິກນີ້ ທີ່ສະຫະລັດ ອາຣັບ ເອມີເຣສ.

ຟລອຍ ອະດີດແຊ໊ມມວຍໂລກ 5 ພິກັດຮຸ່ນ ເຊິ່ງແຂວນນວມເມື່ອປີ 2017 ຍັງຄົງເດີນໜ້າຫາເງິນຈາກການຊົກມວຍນັດ ພິເສດຕໍ່ເນື່ອງ ໄລ່ຕັ້ງແຕ່ຊະນະນ໊ອກ ເຄນຊິນ ນາສຶຄາວາ ນັກຊົກຄິກບັອກຊິງ ໃນປີ 2018, ຊົກ 8 ຍົກກັບ ໂລແກນ ພອລ ຢູທູບເບີຊາວສະຫະລັດອາເມລິກາ ແລະ ຫາກໍຊະນະນ໊ອກ ມິຄຸຣຸ ອາຊາຄຸຣະ ນັກສູ້ເອັມເອັມເອ ຊາວຍີປຸ່ນໄປຫມາດໆ ຫລ້າສຸດ ຟລອຍ ປະກາດຢືນຢັນການຊົກນັດພິເສດກັບ ແດນຽລ ໂອລາເດຈີ ຫລື ເດຈີ ນ້ອງຊາຍຂອງ ເຄເອສໄອ ເຊິ່ງເອົາດີໃນການ ຊົກມວຍໃນວັນທີ 13 ພະຈິກ ທີ່ເມືອງດູໄບ ໂດຍຟລອຍ ລະບຸວ່າ : ‘‘ ຂ້ອຍຮູ້ສຶກຍິນດີທີ່ຈະນຳປະສົບການການຊົກມວຍໄປຍັງດູໄບ ຫວັງວ່າແຟນມວຍຈະໃຫ້ການຕອບຮັບການຊົກຄັ້ງນີ້ ຂ້ອຍຮູ້ສຶກເປັນກຽດທີ່ໄດ້ຮັບໂອກາດຈາກເມືອງແຫ່ງນີ້ທີ່ຈະໄດ້ຂຶ້ນ ຊົກໃນກິລາທີ່ຂ້ອຍມັກອີກເທື່ອຫນຶ່ງ ’’.