ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊໄດ້ໃຫ້ຮູ້ວ່າ: ວັນທີ 26 ກັນຍາ 2022 ນີ້ ຕິດຕາມເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດປະເພດກາເຟທີ່ປະສົມສານເສບຕິດ(ກາເຟມ່ວນ)ມາຈາກນະຄອນຫຼວງວຽງຈັນໄປຫາບ້ານ ວຽງຄໍາ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ.
ພາຍຫລັງຕິດຕາມເປົ້າໝາຍ, ຮອດເວລາ 7 ໂມງ 40 ນາທີ ຂອງວັນທີ 27 ກັນຍາ 2022 ຈຶ່ງພົບເຫັນລົດຂອງເປົ້າໝາຍແລ່ນມາດ້ວຍຄວາມໄວສູງມາຈາກທາງນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຕິດຕາມມາ ພໍຮອດເຂດບ້ານຫາງຊິງ ເມືອງປາກຊັນ ແຂວງບໍລິຄໍາໄຊ ລົດຄັນດັ່ງກ່າວໄດ້ເກີດອຸປະຕິເຫດຕໍາກັບລົດຈັກ ແລ້ວໄດ້ຂັບລົດເອົາຕົວຫຼົບໜີມາທາງເມືອງປາກຊັນ ເຈົ້າໜ້າທີ່ໄດ້ໄລ່ຕິດຕາມາຮອດທາງຮ່ອມເຂົ້າສວນຢາງພາລາເຂດບ້ານກ້ວຍອຸດົມ ເມືອງ ປາກຊັນ ເປົ້າໝາຍຈຶ່ງຈອດລົດປະໄວ້ ແລ້ວເອົາຕົວຫຼົບໜີ, ພໍຮອດເວລາ 9 ໂມງຂອງວັນດຽວກັນຈຶ່ງສາມາດກັກຕົວເປົ້າໝາຍໄດ້ 2 ຄົນຄື:
– ທ້າວ ບົວພາ ອາຍຸ 26 ປີ ອາຊີບຄ້າຂາຍ ຢູ່ບ້ານ ວຽງຄໍາ ເມືອງ ປາກກະດິງ
– ທ້າວສຸດໃຈ ອາຍຸ 18 ອາຊີບຄ້າຂາຍ ຢູ່ບ້ານຫ້ວຍຫອຍ ເມືອງວຽງທອງ ທັງສອງຢູ່ແຂວງ ບໍລິຄໍາໄຊ ຜ່ານການກວດຄົ້ນລົດຄັນດັ່ງກ່າວພົບເຫັນກາເຟຊອງປະສົມສານເສບຕິດ ຈໍານວນ 779 ຊອງ ແລະ ກາເຟປ໋ອງປະສົມສານເສບຕິດ ຈໍານວນ 87 ປ໋ອງຊຸກເຊື່ອງໄວ້ໃນເບາະລົດ, ພ້ອມນັ້ນຍັງມີເຄື່ອງສໍາອາງປະເພດເຊລໍາ 280 ກ່ອງ, ສະບູ 131 ກ້ອນ, ຄີມກັນແດດ 187 ກ່ອງ ທີ່ນໍາໃຊ້ເພື່ອອໍາພາງໃນເວລາເຄື່ອນຍ້າຍຂົນສົ່ງກາເຟທີ່ປະສົມສານເສບຕິດຢູ່ໃນລົດຄັນດັ່ງກ່າວອີກດ້ວຍ, ຈາກນັ້ນຈຶ່ງໄດ້ນໍາຕົວພວກກ່ຽວທັງສອງຄົນພ້ອມຂອງກາງ ແລະ ລົດກະບະຄັນດັ່ງກ່າວມາສືບສວນ-ສອບສວນຕາມກົດໝາຍ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ພວກກ່ຽວທັງ 2 ໄດ້ໃຫ້ການຮັບສາລະພາບວ່າ: ເຄື່ອງຈໍານວນດັ່ງກ່າວແມ່ນຮັບຊື້ມາຈາກເຖົ້າແກ່ຄົນຈີນຢູ່ນະຄອນຫຼວງວຽງຈັນເພື່ອນໍາໄປຈໍາໜ່າຍຢູ່ເຂດບ້ານວຽງຄໍາ ເມືອງປາກກະດິງ ແຕ່ກໍມາເກີດອຸປະຕິເຫດ ແລະ ຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີສາກ່ອນ
ຕໍ່ກັບຄະດີດັ່ງກ່າວທາງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍລິຄໍາໄຊຈະສືບຕໍ່ຂະຫຍາຍຜົນເພື່ອຕິດຕາມກັກຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍຕື່ມອີກ.
ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນໂດຍສະເພາະຊາວໜຸ່ມ, ເຍົາວະຊົນຈົ່ງພ້ອມກັນມີສະຕິລະວັງຕົວໃນການບໍລິໂພກອາຫານເສີມປະເພດຕ່າງໆເພາະອາດມີສານເສບຕິດປະສົມຢູ່ນໍາເຊິ່ງເປັນອັນຕະລາຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດກໍມີ ແລະ ຈົ່ງຊ່ວຍກັນເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່ໃນການສະກັດກັ້ນແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ຫລຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມໂດຍໄວ.