ເຈົ້າໜ້າທີ່ພາສີ ກວດພົບລົດນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ

ຂ່າວກະຊວງການເງິນ ລາຍງານໃຫ້ຮູ້ວ່າ: ວັນທີ 25 ກັນຍາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມພາສີ ກະຊວງການເງິນ ກວດພົບເປົ້າໝາຍຈໍານວນ 2 ຄັນ; ລົດຈິບ TOYOTA Lexus LX570 ສີດໍາ ພວງມະໄລຊ້າຍ ແລະ ລົດກະບະ TOYOTA hilux revo ພວງມະໄລຊ້າຍ.

ຊຶ່ງຮອດເວລາ 9:00 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ, ປະຈຳຢູ່ປ້ອມຖະໜົນລ້ານຊ້າງ, ໄດ້ພົບເຫັນລົດດັ່ງກ່າວ ແລະ ໄດ້ດຳເນີນການກວດກາ-ກວດລົດ, ກວດກາເອກະສານຕົວຈິງ, ເຫັນວ່າລົດຄັນດັ່ງກ່າວບໍ່ມີປ້າຍທະບຽນ, ບໍ່ມີເອກະສານຢັ້ງຢືນ ແລະ ນໍາເຂົ້າບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ດັ່ງນັ້ນ, ເຈົ້າໜ້າ ພສປ ຈຶ່ງໄດ້ດຳເນີນການຢຶດລົດຈໍານວນ 2 ຄັນດັ່ງກ່າວ, ເພື່ອດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບການ,ຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ, ສ່ວນລາຍລະອຽດຈະເປັນແນວໃດນັ້ນຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່.