ດິດິເຢ ເດສຊອງ ບໍ່ກັງວົນເລື່ອງບານໂລກ ເຖິງວ່າຜົນງານໃນ ເນຊັນ ລີກ ບໍ່ດີ

ດີດີເຢ ເດສຊອງ ຜູ້ຈັດການທີມຊາດຝຣັ່ງບໍ່ລະບຸເລື່ອງບານໂລກ 2022 ທີ່ພວມມາເຖິງ ເຖິງວ່າຈະເຮັດຜົນງານຂອງທີມຊາດຝຣັ່ງ ໃນເນຊັນ ລີກ ບໍ່ຄ່ອຍດີ.

ສຳລັບ ຝຣັ່ງ ຫາກໍບຸກໄປເສຍໃຫ້ ເດນມາກ 0-2 ໃນການແຂ່ງຂັນເນຊັນ ລີກ ລະດູການ 2022-23 ລີກເອ ກຸ່ມ 1 ນັດສຸດທ້າຍ ເມື່ອວັນທີ 25 ກັນຍາຜ່ານມາ ຈາກປະຕູຂອງ ແຄສເປີ ໂຄລເບີກ ນາທີ 33 ແລະ ອັນເດຣສ ສະຄອຟ ໂອລເຊັນ ນາທີ 39.

ຈາກຜົນງານດັ່ງກ່າວເຮັດໃຫ້ ຝຣັງ ຈົບຮອງແບ່ງກຸ່ມດ້ວຍການມີ 5 ຄະແນນຈາກ 6 ນັດ ຄອງອັນດັບ 3 ໄດ້ຢູ່ໃນລີກເອຕໍ່ໄປ ສ່ວນ ເດນມາກ ມີເພີ່ມເປັນ 12 ຄະແນນຈາກ 6 ນັດ ຈົບໃນອັນດັບ 2 ຂອງຕາຕະລາງໂດຍຕາມຫລັງ ໂຄຣເອເຊຍ ທີມຜູ້ນຳພຽງ 1 ຄະແນນ.

ຫລັງເກມ ເດສຊອງ ໃຫ້ສຳພາດເຖິງເກມຜ່ານມາ ລວມເຖິງສະຖານະການຂອງທີມກ່ອນການແຂ່ງຂັນບານໂລກ 2022 ວ່າ : ‘‘ ເຮົາມີໂອກາດຫລາຍ ແຕ່ເຮົາບໍ່ດຸດັນຫລາຍ ແລະ ເຮັດຜິດພາດທາງເຕັກນິກຫລາຍຢ່າງ ເຮົາມີທີມເຍົາວະຊົນ ແລະ ພວກເຂົາ ບໍ່ມີປະສົບການໃນເກມລະດັບສູງ ຄືນນີ້ເປັນການທົດສອບຄວາມເປັນຈິງ ’’.

‘‘ ຂ້ອຍບໍ່ກັງວົນເລື່ອງບານໂລກ ເພາະເຮົາຈະໄດ້ຜູ້ຫລິ້ນທີ່ບາດເຈັບສ່ວນຫລາຍກັບມາສູ່ທີມທັນເວລາ ແຕ່ເຮົາບໍ່ຄິດວ່າເຮົາ ແຂງແກ່ນກວ່າຄົນອື່ນໆ ແລະ ເຮົາຮູ້ວ່າມັນຈະເປັນການຕໍ່ສູ້ຄັ້ງໃຫຍ່ ’’.