ແມນຢູ ຍັງເຈລະຈາເລື່ອງຕໍ່ສັນຍາ ກັບ ແຣສຟອດ ຍັງບໍ່ລົງໂຕ ຢາກໄດ້ຂໍ້ສະຫລຸບກ່ອນຄຣິສມາດ

ແມນເຊັສເຕີ ຢູໄນເຕັດ ສະໂມສອນດັງຂອງ ພຣີເມຍລີກ ອັງກິດ ຍັງບໍ່ໄດ້ຂໍ້ຕົກລົງເລື່ອງສັນຍາສະບັບໃໝ່ກັບ ມາຄັສ ແຣສຟອດ ຕາມການລາຍງານຂອງ ເດີ ເອັກເພສ.

ແຣສຟອດ ລົງຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ໃນລະດູການ 2022-23 ທີ່ຜ່ານມາໄດ້ດີ ໂດຍຍິງ 3 ປະຕູ ແລະ ແອດຊິສ 2 ຄັ້ງ ໃນເກມລີກ 6 ນັດ, ແນວໃດກໍຕາມ ສັນຍາປັດຈຸບັນກັບ ແມນເຊັສເຕີ ຢູໄນເຕັດ ຈະໝົດອາຍຸລົງໃນລະດູຮ້ອນນີ້. ໂດຍມີທາງເລືອກທີ່ “ຜີສາດແດງ” ສາມາດຕໍ່ສັນຍາອັດຕະໂນມັດໄດ້ 1 ປີ, ເຊິ່ງກ່ອນໜ້ານີ້ມີຂ່າວລືວ່າ ປາຣີສ ແຊັງ-ແຊັກແມັງ ຕ້ອງການຢາກໄດ້ນັກເຕະຊາວອັງກິດເຂົ້າຮ່ວມທັບ.

ເມື່ອຫລາຍອາທິດກ່ອນຫນ້ານີ້ມີລາຍງານວ່າ ແມນເຊັສເຕີ ຢູໄນເຕັດ ເປີດສາກການເຈລະຈາກ່ຽວກັບສັນຍາໄລຍະຍາວກັບ ແຣສຟອດ, ໂດຍ ເດີ ເອັກເພສ ເວົ້າວ່າເຖິງແມ່ນວ່າການເຈລະຈາຈະໃຊ້ເວລາດົນ, ແຕ່ທັງສອງຝ່າຍຍັງຢູ່ໃນຂັ້ນຕອນຕົກລົງກັນບໍ່ໄດ້ເທື່ອ ພ້ອມໄດ້ເວົ້າວ່າທີມດັງແຫ່ງ Old Trafford ກຽມໃຫ້ສັນຍາທີ່ມີໄລຍະເວລາເຖິງຫ້າປີ.