ປັອກບາ ເລັ່ງຟິດທັນຊ່ວຍ ມ້າລາຍ ກຽມກັບມາໃນເກມແຊ້ມປ້ຽນລີກ 25 ຕຸລານີ້ ລຸ້ນຫນັກມີຊື່ຕິດທີມຊາດຝຣັ່ງລຸຍບານໂລກ

ພອລ ປັອກບາ ກອງກາງເລືອດຝຣັ່ງຂອງ ຢູເວນຕຸສ ຍັງຄາດວ່າຈະສາມາດຮຽກຄວາມພ້ອມທີ່ຈະກັບມາລົງຫລິ້ນໃຫ້ກັບສະໂມສອນຕົ້ນສັງກັດໃນເດືອນຕຸລາ. ຫລັງຈາກທີ່ນັກເຕະຕ້ອງເຂົ້າຮັບການຜ່າຕັດເພື່ອສ້ອມແປງຫົວເຂົ່າຂອງເຂົາເມື່ອບໍ່ດົນມານີ້.
ດາວເຕະທີມຊາດຝຣັ່ງ ໄດ້ຮັບການບາດເຈັບບໍລິເວນກະດູກອ່ອນຂອງ Miniscus ຢູ່ໃກ້ກັບຫົວເຂົ່າຂອງລາວ ໃນລະຫວ່າງການແຂ່ງຂັນກ່ອນລະດູການ. ໂດຍຫລ້າສຸດເຂົາຈຳເປັນຕ້ອງໄດ້ເຂົ້າຮັບການຜ່າຕັດເພື່ອປິ່ນປົວອາການດັ່ງກ່າວ ແລະ ຍັງບໍ່ຊັດເຈນວ່າຈະກັບມາຟິດທັນໃນການແຂ່ງຂັນບານໂລກ 2022 ໃນທ້າຍປີນີ້ຫລືບໍ່.
ກ່ອນໜ້ານີ້ມີລາຍງານວ່າອະດີດສະຕາ “ຜີສາດແດງ” ແມນເຊສເຕີ ຢູໄນເຕັດ ອາດຈະຕ້ອງພັກຟື້ນຈົນຮອດເດືອນພະຈິກ. ຫລັງຈາກທີ່ໄດ້ຮັບການຜ່າຕັດໃນຕົ້ນເດືອນກັນຍາ, ແນວໃດກໍ່ຕາມ, ດາວເຕະອາຍຸ 29 ປີ ຄາດວ່າຈະກັບມາລົງສະຫນາມໃນວັນທີ 25 ຕຸລານິ້.
Tuttosport ສື່ອີຕາລີເຜີຍວ່າ ປັອກບາ ຈະກັບມາຊ່ວຍທັບ “ມ້າລາຍ” ໃນເກມພົບກັບ “ລິສບອນ” ເບນຟີກາ ໃນລາຍການ ຢູຟາ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ. ທັ້ງນີ້ ປັອກບາ ຍັງຕ້ອງລຸ້ນໜັກວ່າຈະໄດ້ມີຊື່ຢູ່ໃນທັບ “ຝຣັ່ງ” ເພື່ອໄປປ້ອງກັນແຊ້ມໂລກທີ່ປະເທດກາຕ້າ ຫລື ບໍ່. ເພາະເມື່ອບໍ່ດົນມານີ້ Didier Deschamps ຜູ້ຈັດການຂອງຊາດ ຢືນຢັນວ່າຈະເລືອກນັກເຕະທີ່ມີສະພາບສົມບູນແຂງແຮງພຽງ 23 ຄົນເທົ່ານັ້ນທີ່ຈະໄປບຸກດິນແດນຕາເວັນອອກກາງ.

