ວັນທີ 26 ກັນຍາ 2022 ນີ້ ຫົວໜ້າຫ້ອງວ່າການເມືອງໂພນໂຮງອອກແຈ້ງການ ໃຫ້ຮູ້ວ່າ: ປັດຈຸບັນນີ້ບັນຫາປະກົດການຫຍໍ້ທໍ້,ເຫດການຄວາມບໍ່ສະຫງົບຍັງເກີດຂຶ້ນໃນແຕ່ລະວັນ ໂດຍສະເພາະບັນຫາຂີ້ລັກງັດແງະ, ປຸ້ນຊັບ, ຊີງຊັບ,ບັນຫາຢາເສບຕິດ, ຄາຕະກຳ ແລະ ບັນຫາອື່ນໆ.
ສະນັ້ນ, ເພື່ອເປັນການຕິດຕາມ, ປ້ອງກັນບໍ່ໃຫ້ເກີດມີບັນຫາສະພາບຄວາມບໍ່ສະຫງົບເກີດຂຶ້ນໃນສັງຄົມເຊິ່ງຈະເຮັດໃຫ້ມີຜົນເສຍຫາຍຕໍ່ອັນລວມ ແລະ ຂອງບຸກຄົນ ຈຶ່ງແຈ້ງການມາຍັງທຸກພາກສ່ວນຈົ່ງເປັນເຈົ້າການຈັດຕັ້ງການປ້ອງກັນເວນຍາມ ນັບຕັ້ງແຕ່ມື້ອອກແຈ້ງການສະບັບນີ້ຈົນເຖິງ ວັນທີ 31/12/2022 ດັ່ງນີ້:
1. ຢູ່ສຳນັກງານຫ້ອງການ ໃຫ້ແຕ່ງຕັ້ງພະນັກງານປ້ອງກັນຕະຫຼອດ 24 ຊົ່ວໂມງ (ທັງກາງເວນ ແລະ ກາງຄືນ) ຄື:
– ຈຸດທີ 1 ຢູ່ຕຶກອາຄານຫ້ອງວ່າການເມືອງ.
– ຈຸດທີ 2 ຢູ່ຫ້ອງການສາທາລະນະສຸກເມືອງ ແລະ ໂຮງໝໍເມືອງ.
– ຈຸດທີ 3 ຢູ່ຫ້ອງການ ສຶກສາທິການ ແລະ ກິລາເມືອງ.
– ຈຸດທີ 4.ຢູ່ຫ້ອງການກະສິກຳ-ປ່າໄມ້ເມືອງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ.
– ຈຸດທີ 5 ຢູ່ຫ້ອງການອຸດສາຫະກຳ-ການຄ້າເມືອງ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ.
– ຈຸດທີ 6 ຢູ່ກອງບັນຊາການ ປກຊ ເມືອງ.
– ຈຸດທີ7 ຢູ່ກອງບັນຊາການ ປກສ ເມືອງ.
2. ຂັ້ນບ້ານໃຫ້ນາຍບ້ານແຕ່ລະບ້ານແຕ່ງຕັ້ງກຳລັງປກຊ-ປກສ ບ້ານຈັດຕັ້ງການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ (ທັງກາງເວນ ແລະ ກາງຄືນ) ໃນຂອບເຂດບ້ານຂອງຕົນຮັບຜິດຊອບ
3. ສຳລັບພະນັກງານຮັບຜິດຊອບບ້ານຂໍໃຫ້ເປັນເຈົ້າການໃນການຕິດຕາມ, ກວດກາແຕ່ລະບ້ານທີ່ຕົນຮັບຜິດຊອບເພື່ອ ແນະນໍາໃຫ້ບ້ານຈັດຕັ້ງການປ້ອງກັນກໍລະນີ້ມີເຫດການຄວາມບໍ່ສະຫງົບເກີດຂຶ້ນຢູ່ຈຸດໃດໃຫ້ຮີບຮ້ອນພ້ອມກັນແກ້ໄຂ ແລະ ລາຍງານຕໍ່ຂັ້ນເທິງຊາບ.
ຖ້າຫາກມີເຫດການຄວາມບໍ່ສະຫງົບທີ່ເປັນບັນຫາໃຫຍ່ ໃຫ້ຮີບຮ້ອນລາຍງານຕໍ່ຫ້ອງວ່າການເມືອງ ເບີໂທ 020 99814504 ຫຼື ລາຍງານຕໍ່ກອງບັນຊາການ ປກສ ເມືອງ ເພື່ອເປັນໃຈກາງລາຍງານຂໍທິດຊີ້ນຳຈາກຂັ້ນເທີງມີທິດແກ້ໄຂ ໃຫ້ທ່ວງທັນກັບເຫດການ