ວັນທີ 23 ກັນຍາ 2022 ນີ້ ກະຊວງປ້ອງກັນຄວາມສະຫງົບໄດ້ມີການຈັດກອງປະຊຸມການເຜີຍແຜ່ກ່ຽວກັບ ດຳລັດວ່າດ້ວຍວຽກງານຂໍ້ມູນຂ່າວສານສິນເຊື່ອ ສະບັບເລກທີ 224/ລບ, ລົງວັນທີ 19 ກໍລະກົດ 2019 ປະທານຮ່ວມຂອງ ພົຈວ ໜູຈອນ ກ້ອນທອງຄຳ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ແລະ ທ່ານ ນາງ ວິນຄຳ ລຸນທອນ ຜູ້ອຳນວຍການໃຫຍ່ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ, ມີບັນດາຄະນະບັນຊາ, ນາຍ ແລະ ພົນຕຳຫຼວດທີ່ເຮັດວຽກງານ ບັນຊີ-ການເງິນ ອ້ອມຂ້າງກະຊວງ ປກສ ແລະ ຕາງໜ້າທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ກ່ຽວກັບ ດຳລັດວ່າດ້ວຍວຽກງານຂໍ້ມູນຂ່າວສານສິນເຊື່ອ ສະບັບເລກທີ 224/ລບ, ລົງວັນທີ 19 ກໍລະກົດ 2019 ແລະ ການນໍາສະເໜີກ່ຽວກັບຄວາມໝາຍສຳຄັນຂອງວຽກງານຂໍ້ມູນຂ່າວສານສິນເຊື່ອ ເພື່ອໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງກັບວຽກງານຂໍ້ມູນຂ່າວສານໃນກຳລັງ ປກສ ໄດ້ຮັບຮູ້ ແລະ ເຂົ້າໃຈ ຄວາມສຳຄັນຈຳເປັນທີ່ຕ້ອງໄດ້ເກັບກຳຂໍ້ມູນຂ່າວສານ ແລະ ພັດທະນາວຽກງານຂໍ້ມູນຂ່າວສານສິນເຊື່ອຂອງ ສປປ ລາວ ໃຫ້ສາມາດຕອບສະໜອງຂໍ້ມູນທີ່ຄົບຖ້ວນ, ມີຄຸນນະພາບ ແລະ ຫຼາກຫຼາຍ ໃຫ້ແກ່ບັນດາສະຖາບັນການເງິນ, ພາກລັດ ແລະ ສັງຄົມ ເພື່ອນໍາໃຊ້ເຂົ້າໃນວຍກງານຕ່າງໆຢ່າງມີປະສິດທິພາບ, ຕ້ານການທຸລະກຳທາງການເງິນທີ່ຜິດກົດໝາຍ ດ້ວຍການປະສານສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ຮັບປະກັນຄວາມປອດໄພທາງການເງິນ-ການລົງທຶນ-ການກູ້ຢືມ ຫັນເຂົ້າສູ່ລະບົບທັນສະໄໝປະຕູດຽວ, ປ້ອງກັນການສວຍໂອກາດຂອງກຸ່ມຄົນບໍ່ດີສວຍໃຊ້ຊ່ອງຫວ່າງທາງກົດໝາຍດຳເນີນທຸລະກຳທາງການເງິນທຸກປະເພດທີ່ບໍ່ຖືກຕ້ອງ.