ກຳປູເຈຍຂຶ້ນຄ່າແຮງຂັ້ນຕໍ່າ “3 ອຸດສາຫະກຳ” ໃນປີ 2023

ລັດຖະບານກຳປູເຈຍຂຶ້ນຄ່າແຮງຂັ້ນຕໍ່າປະຈຳເດືອນ ໃຫ້ແຮງງານໃນອຸດສາຫະກຳ 3 ປະເພດ ເປັນ 200 ໂດລາ ມີຜົນບັງຄັບໃຊ້ປີ 2023.
ວັນທີ 23 ກັນຍາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ອິດທິ ຊຳເຮັງ ລັດຖະມົນຕີແຮງງານຂອງກຳປູເຈຍ ປະກາດໃນວັນທີ 23 ກັນຍາຜ່ານມາ ກ່ຽວກັບແນວທາງການຂຶ້ນຄ່າແຮງຂັ້ນຕໍ່າປະຈຳເດືອນຄັ້ງໃໝ່ ສຳລັບແຮງງານໃນອຸດສາຫະກຳເຄື່ອງນຸ່ງຫົ່ມ, ເກີບ ແລະ ສິນຄ້າດ້ານການເດີນທາງ ຈະຢູ່ປະມານ 200 ໂດລາສະຫະລັດ ເລີ່ມ 1 ມັງກອນ 2023 ເພີ່ມຂຶ້ນ 3,09% ຈາກປັດຈຸບັນ 194 ໂດລາສະຫະລັດ.
ການປະກາດດັ່ງກ່າວມີຂຶ້ນ ຫລັງສະພາແຫ່ງຊາດດ້ານຄ່າແຮງຂັ້ນຕໍ່າ ເຊິ່ງສະມາຊິກປະກອບມີບັນດາຜູ້ແທນຂອງລັດຖະບານກຳປູເຈຍ, ກຸ່ມຜູ້ຜະລິດ ແລະ ສະຫະພາບແຮງງານ ລົງມະຕິໃຫ້ຂຶ້ນຄ່າແຮງຂັ້ນຕໍ່າປະຈຳເດືອນເປັນ 198 ໂດລາສະຫະລັດ ໃນປີ 2023. ເຖິງຢ່າງໃດກໍຕາມ, ລັດຖະບານກຳປູເຈຍຕັດສິນໃຈປັບເພີ່ມຂຶ້ນໃຫ້ອີກ 2 ໂດລາສະຫະລັດ.
ທັງນີ້, ນອກຈາກຄ່າແຮງງານທີ່ຈະເພີ່ມຂຶ້ນແລ້ວ, ແຮງງານໃນອຸດສາຫະກຳເຫລົ່ານີ້ຈະໄດ້ຮັບສະຫວັດດີການປະຈຳເດືອນອື່ນໆເພີ່ມອີກ 21-32 ໂດລາສະຫະລັດ ສຳລັບການເຂົ້າວຽກປະຈຳ, ຄ່າເດີນທາງ, ຄ່າເຊົ່າທີ່ພັກ ແລະ ໂບນັດຕາມລະດັບອາວຸໂສ.
ປັດຈຸບັນ, ອຸດສາຫະກຳເຄື່ອງນຸ່ງຫົ່ມ, ເກີບ ແລະ ສິນຄ້າດ້ານການເດີນທາງ ເຊິ່ງເປັນຂະແໜງອຸດສາຫະກຳທີ່ສ້າງລາຍໄດ້ເງິນຕາຕ່າງປະເທດລາຍໃຫຍ່ສຸດຂອງກຳປູເຈຍ ປະກອບມີໂຮງງານ ແລະ ໂຮງງານສາຂາຍ່ອຍປະມານ 1.100 ແຫ່ງ ພ້ອມແຮງງານປະມານ 750.000 ຄົນ ເຊິ່ງສ່ວນຫລາຍເປັນຜູ້ຍິງ.

