ເອລຽດ ຄິບໂຊເກ ທຸບສະຖິຕິໂລກໃຫມ່ ຄວ້າແຊ໊ມເບີລິນ ມາຣາທອນ

ເອລຽດ ຄິບໂຊເກ ຍອດນັກແລ່ນຊາວເຄນຢາ ສ້າງປາກົດການອີກເທື່ອຫນຶ່ງ ຫລັງທຳລາຍສະຖິຕິໂລກໃຫມ່ດ້ວຍເວລາ 2.01.09 ຊົ່ວໂມງ ໃນການແຂ່ງຂັນລາຍການເບີລິນ ມາລາທອນ 2022 ທີ່ນະຄອນຫລວງເບີລິນ ປະເທດເຢຍລະມັນ ເມື່ອວັນທີ 25 ກັນຍາຜ່ານມາ.
ກ່ອນໜ້າການແຂ່ງຂັນລາຍການນີ້ ເອລຽດ ຄິບໂຊເກ ນັກແລ່ນອາຍຸ 37 ປີ ເປັນເຈົ້າຂອງສະຖິຕິໂລກໄລຍະມາລາທອນ ເກ່ົາຢູ່ທີ່ເວລາ 2.01.39 ຊົ່ວໂມງ ກ່ອນທີ່ຫລ້າສຸດລາວຈະເຮັດຜົນງານເກ່ັງອີກເທື່ອຫນຶ່ງດ້ວຍການທຳລາຍສະຖິຕິໂລກ ຂອງຕົວເອງລົງໄດ້ສຳເລັດ ຫລັງເຂົ້າເສັ້ນໄຊເປັນຄົນທຳອິດດ້ວຍເວລາ 2.01.09 ຊ່ົວໂມງ ພ້ອມກັບຄວ້າແຊ໊ມລາຍ ການນີ້ໄປຄອງໄດ້ສຳເລັດ.
ສຳລັບ ຄິບໂຊເກ ນັກແລ່ນປອດເຫລັກຊາວເຄນຢາ ຍັງມີຜົນງານອື່ນທີ່ສ້າງຊື່ສຽງບໍ່ວ່າຈະເປັນການຄວ້າຫລຽນຄຳໃນມະຫາ ກຳກິລາໂອລິມປິກ ເກມ 2 ສະໄຫມ ໂດຍເຮັດໄດ້ໃນການແຂ່ງຂັນໂອລິມປິກ ເກມ ປີ 2016 ທີ່ຣີໂອເດີຈາເນໂຣ ປະເທດບຣາຊິລ ແລະ ໂອລິມປິກ 2020 ທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ.
ນອກຈາກນີ້ລາວຍັງເຄີຍສ້າງປະຫວັດສາດກັບ Ineos 1:59 Challenge ເຊິ່ງສາມາດທຳລາຍກຳແພງການແລ່ນມາຣາທອນ ທີ່ມີໄລຍະທາງ 42.195 ກິໂລແມັດ ໃຫ້ຈົບພາຍໃນເວລາບໍ່ເຖິງ 2 ຊົ່ວໂມງໄດ້ສຳເລັດ ໂດຍເຮັດວເລາໄປ 1,59,40 ຊົ່ວໂມງ ໃນລາຍການດັ່ງກ່າວ ເມື່ອປີ 2019 ແນວໃດກໍຕາມສະຖິຕິນີ້ບໍ່ໄດ້ຮັບການບັນທຶກເປັນສະຖຕິໂລກ ເພາະມີການໃຊ້ເພເຊີຣິງ ສະລັບເຂົ້າສະໜາມມາຊ່ວຍລະຫວ່າງທຳລາຍສະຖິຕິເວລາດັ່ງກ່າວ.

