ຟລອຍ ຊະນະນ໊ອກ ອາຊາກຸຣະ ການແຂ່ງຂັນຊົກມວຍ ຊຸບເປີ ໄຣຊິນ

ຟລອຍ ເມເວເທີ ຈູເນຍ ຍອດນັກຊົກອະດີດແຊ໊ມໂລກ 5 ຮຸ່ນ ຜູ້ບໍ່ເຄີຍເສຍໃຫ້ໃຜ ຊາວສະຫະລັດ ອາເມລິກາ ຄືນສັງວຽນຂຶ້ນ ຊົກເກມພິເສດກັບ ມິກຸຣຸ ອາຊາກຸຣະ ຄູ່ແຂ່ງຈາກຍີ່ປຸ່ນ.
ການແຂ່ງຂັນສິລະປະປ້ອງກັນຕົວ ການແຂ່ງຂັນ ຊຸບເປີ ໄຣຊິນ 38 ທີ່ເມືອງໄຊຕາມະ ປະເທດຍີ່ປຸ່ນ ເມື່ອວັນທີ 25 ກັນຍາ ຄູ່ສຳຄັນຂອງລາຍການ ຟລອຍ ເມເວເທີ ຈູເນຍ ຕຳນານນັກຊົກເຈົ້າຂອງສະຖິຕິຊະນະລວດ 50 ຄັ້ງ ອາຍຸ 45 ປີ ກັບມາຂຶ້ນ ສັງວຽນຊົກອີກເທື່ອຫນຶ່ງ ໃນເກມພິເສດ ພົບກັບ ມິກຸຣຸ ອາຊາກຸຣະ ນັກສູ້ເຈົ້າຖິ່ນອາຍຸ 30 ປີ.
ໂດຍການຊົກເຊິ່ງເປັນເອັກຊິບິຊັນແມັດ ຟລອຍ ທີ່ເຖິງວ່າອາຍຸຫລາຍກວ່າຄູ່ແຂ່ງເຖິງ 15 ປີ ແຕ່ກໍຍັງສະແດງຊັ້ນເຊີງໃນການຊົກ ອັນສຸດຍອດທັງການອອກອາວຸ ແລະ ການປ້ອງກັນຕົວທີ່ເອີ້ນໄດ້ວ່າເຮັດໄດ້ດີຄືທີ່ຜ່ານມາ.
ເຊິ່ງການແຂ່ງຂັນໃນຍົກທຳອິດທັງສອງຍັງອ່າວຈະເບິ່ງເຊີງມວຍກັນຢູ່ ກ່ອນທີ່ໃນຍົກທີສອງ ທັງຄູ່ ຈະອອກອາວຸດກັນຫລາຍຂຶ້ນ ກ່ອນທີ່ໄລຍະ 10 ວິນາທີສຸດທ້າຍຂອງ ຟລອຍ ຈະປ່ອຍຫມັດຂວາເຂົ້າເປົ້າເຕັມໜ້າ ອາຊາກຸຣະ ລົ້ມລົງໄປກອງກັບພື້ນ ແລະ ຜູ້ຕັດສິນຕັດສິນໃຈຢຸດຕິການແຂ່ງຂັນເຮັດໃຫ້ ຟລອຍ ຊະນະໄປທັນທີ.
ໂດຍຫລັງຈົບການແຂ່ງຂັນ ຍອດກຳປັ້ນຊາວອາເມລິກາ ໃຫ້ສຳພາດວ່າ : ‘‘ ຂ້ອຍຢາກຂໍຂອບໃຈແຟນມວຍຊາວຍີ່ປຸ່ນ ສຳລັບການສະໜັບສະໜູນທີ່ດີແບບນີ້ ຂອບໃຈ ໄຣຊິນ ແລະ ທີມງານທຸກຄົນ ຂ້ອຍມີຄວາມສຸກທີ່ໄດ້ມອບຄວາມຕື່ນ ເຕັ້ນໃຫ້ກັບແຟນໆ ສຳລັບຄັ້ງນີ້ ແລ້ວຂ້ອຍຈະກັບມາໃຫມ່ ’’.
