ດ່ານພາສີແຂວງຈຳປາສັກ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວ ຕ້ານການຮົ່ວໄຫຼຂອງງົບປະມານ

ກົມພາສີ ກະຊວງການເງິນ ຮ່ວມກັບ ຫ້ອງການພາສີແຂວງຈໍາປາສັກ ແລະ ບໍລິສັດ ຮ່ວມພັດທະນາ ລະບົບແຈ້ງພາສີປະຕູດຽວ ໄດ້ຈັດກອງປະຊຸມ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຂຶ້ນໃນວັນທີ 23 ກັນຍາ 2022 ຜ່ານມາ, ຢູ່ຫ້ອງປະຊຸມພາສີແຂວງ ໂດຍການເຂົ້າຮ່ວມຂອງທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ກະຊວງການເງິນ, ມີທ່ານ ບຸນເພັງ ເຂັມມາລາ ຫົວໜ້າຫ້ອງການພາສີປະຈໍາແຂວງ, ທ່ານ ສະເຕຟານ ກິວ ຜູ້ອໍານວຍການບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ, ມີການນໍາພະແນກການ, ກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ສາຍມະໂນລິນ ສິນບັນດິດ ໄດ້ກ່າວວ່າ: ລະບົບແຈ້ງພາສີຜ່ານປະຕູດຽວ ທີ່ເປີດນຳໃຊ້ເປັນທາງການໃນຄັ້ງນີິ ມີຄວາມສຳຄັນຫຼາຍ ຊຶ່ງອຳນວຍະຄວາມສະດວກ, ຊັດເຈນ, ຖືກຕ້ອງ ແລະ ວ່ອງໄວທີ່ສຸດໃນການແຈ້ງພາສີ, ຊຶ່ງທົ່ວໂລກ ກໍຄືພາກພື້ນ ອາຊຽນໄດ້ນໍາໃຊ້ລະບົບດຽວກັນນີ້ໃນປັດຈຸບັນ. ນອກນີ້, ການນຳໃຊ້ລະບົບແຈ້ງພາສີຜ່ານປະຕູດຽວ ຍັງສະແດງເຖິງຄວາມພະຍາຍາມເອົາໃຈໃສ່ຂອງລັດຖະບານ ກໍຄືກະຊວງການເງິນ ໃນການຫັນວຽກງານພາສີເປັນທັນສະໄໝ ທັງປະກອບສ່ວນເຂົ້າໃນການຕ້ານການຮົ່ວໄຫຼຂອງງົບປະມານ. ໃນພິທີຍັງໄດ້ ຜ່ານແຈ້ງການ ຂອງກະຊວງການເງິນ ກ່ຽວກັບການນຳໃຊ້ລະບົບແຈ້ງພາສີປະຕູດຽວຢູ່ທີ່ດ່ານພາສີສາກົນ ແລະ ທ່າບົກ ແຂວງຈໍາປາສັກ. ຈາກນັ້ນ, ຍັງໄດ້ນຳສະເໜີຄວາມເປັນມາ, ຄວາມຄືບໜ້າ ແລະ ລາຍງານທາງດ້ານເຕັກນິກໃນການນຳໃຊ້ລະບົບແຈ້ງພາສີປະຕູດຽວ ແລະ ສາທິດເບີ່ງການນຳໃຊ້ລະບົບແຈ້ງພາສີປະຕູດຽວ.

อาจเป็นรูปภาพของ 15 คน และ ผู้คนกำลังยืน