ແຈ້ງເຕືອນ!! ວັນທີ 25-28 ກັນຍາ 2022 ນີ້ ພາຍຸດີເປຼຊັນ ຈະພັດຜ່ານເຂົ້າ ສປປ ລາວ ອາດເຮັດໃຫ້ມີນ້ຳຖ້ວມ ແລະ ດິນເຊາະເຈື່ອນ

ຕອນເຊົ້າວັນທີ 23 ກັນຍາ 2022 ພາຍຸດີເປຼຊັນ ໄດ້ກໍ່ໂຕຢູ່ເຂດມະຫາສະມຸດປາຊີຟິກ ເຊິ່ງໃກ້ພາກເໜືອດ້ານຕາເວັນອອກຂອງປະເທດຟິລິບປິນ ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸໝູນເຂດຮ້ອນ ໂນລູ (Noru) ຫົວທີ 16 ໃນໄລຍະວັນທີ 24 ກັນຍາ 2022 ນີ້, ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກເໜືອຂອງປະເທດຟິລິບປິນ ໃນວັນທີ 25 ກັນຍາ 2022 ຈາກນັ້ນຈະເຄື່ອນທີ່ຂຶ້ນຝັ່ງປະເທດຫວຽດນາມ ໃນວັນທີ 26 ກັນຍາ 2022 ແລະ ສືບຕໍ່ຜ່ານພາກກາງ ຫາພາກເໜືອຂອງປະເທດລາວ ໃນວັນທີ 27-28 ກັນຍາ 2022 ນີ້, ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫລາຍ, ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນເຂດພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ພ້ອມມີລົມພັດແຮງທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນ້ຳຖ້ວມຊູ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.