ຟຣອຍ ເມເວເທີ ເປີດເຜີຍວ່າກຳລັງກຽມແຜນ ຊົກກັບ ແມັກເກເກີ ອີກຄັ້ງ ໃນປີ 2023 ແຕ່ອີກຝ່າຍຕອບກັບວ່າບໍ່ສົນໃຈ

ຟຣອຍ ເມເວເທີ ກໍາລັງຈະກັບມາຂຶ້ນຊົກມວຍແມັດພິເສດໃນທ້າຍອາທິດນີ້. ແຕ່ສິ່ງທີ່ໜ້າສົນໃຈໄປກວ່ານັ້ນກໍຄືການບອກໄບ້ວ່າຈະຈັດການແຂ່ງຂັນຮອບສອງກັບ ຄອນເນີ ແມັກເກເກີ ຊຸບເປີສະຕາຂອງ UFC ອີກຄັ້ງໃນປີໜ້າ.

ວັນ​ທີ 25 ກັນຍາ​ນີ້, ນັກ​ມວຍ​ອາ​ເມ​ລິ​ກາຜູ້ບໍ່ເຄີຍເສຍໃຜ ຈະຂຶ້ນສັງວຽນມວຍພິເສດພົບກັບ ມິຄູຣຸ ອາຊາກູຣະ, ນັກຕໍ່ສູ້ MMA ແລະ Youtuber ທີ່ມີຊື່ສຽງຂອງຍີ່ປຸ່ນ  ຢູ່ທີ່ ໄຊຕາມະ ຊູບເປີ ອາເຣນາ, ປະເທດຍີ່ປຸ່ນ. ຫລັງຈາກປະກາດລ່ວງໜ້າຕັ້ງແຕ່ເດືອນມິຖຸນາທີ່ຜ່ານມາ

ຢ່າງໃດກໍຕາມ, ເມເວເທີ ຜູ້ທີ່, ນອກເຫນືອຈາກການບອກວ່າລາວຕ້ອງການທີ່ຈະສຸມໃສ່ການຕໍ່ສູ້ທີ່ຈະມາເຖິງ ແລະ ​ຍັງ​ກ່າວອີກ​ວ່າ ມີ​ແຜນ​ການ​ທີ່​ຈະ​ມີ​ການ​ແຂ່ງ​ຂັນ​ພິ​ເສດ​ອີກ​ສອງ​ຄັ້ງ. ແລະ ຫນຶ່ງໃນນັ້ນແມ່ນຊົກກັບ ຄອນເນີ ແມັກເກເກີ ອີກຄັ້ງ ຕາມທີ່ເຄີີຍມີຂ່າວລື, ເຊິ່ງ “ພຣີດຕີ້ບອຍ” ຍັງບອກວ່າການເຈລະຈາແມ່ນໃກ້ຈະສຳເລັດແລ້ວ

ສວ່ນຝ່າຍຂອງ ຄອນເນີ ແມັກເກເກີ ໂພສຮູບລົງໃນ ອີນສະຕາແກຣມ ເປັນຮູບຂອງລາວທີ່ສູ້ກັບ ເມເວເທີ ໃນປີ 2017 ພ້ອມກັບແຄັບຊັ່ນວ່າ “ຂ້ອຍບໍ່ສົນໃຈ”, ຢ່າງໃດກໍ່ຕາມອາດເປັນແຜນການປັ່ນກະແສ ຂອງ ເດີ ມັນນີ່ ແລະ ອາດຈະປະກາດຊົກກັນໃນພາຍຫລັງກໍ່ເປັນໄດ້.