ບາເຊໂລນາ ເຜີຍຜົນປະກອບການລະດູການນີ້ ຄາດໄດ້ກຳໄລມະຫາສານ

ບາເຊໂລນາ ຄອງອັນດັບ 2 ໃນການປະເມີນມູນຄ່າທີມບານເຕະຂອງວາລະສານ Forb ໂດຍມີມູນຄ່າ 5 ພັນລ້ານໂດລາ ເປັນຮອງ ພຽງ ຣຽວ ມາດຣິດ ເຊິ່ງມີມູນຄ່າ 5,1 ພັນລ້ານໂດລາ ໄດ້ຖະແຫລ່ງວ່າສາມາດເຮັດກຳໄລໄດ້ 98 ລ້ານຢູໂຣ ສຳລັບລະດູການ 2021-22 ແລະ ຄາດວ່າ ລະດູການນີ້ຈະໂກຍເງິນເປັນກຳໄລໄດ້ຫລາຍເຖິງ 274 ລ້ານຢູໂຣ.

ບາເຊໂລນາ ເປີດເຜີຍວ່າ ສະໂມສອນມີຍອດເງິນຫມູນວຽນ 1,017 ພັນລ້ານຢູໂຣ ແລະ ຄາດວ່າມີລາຍໄດ້ຈາກການດຳເນີນງານທີ 1,255 ພັນລ້ານຢູໂຣ ສຳລັບລະດູການນີ້ ໂດຍໄລຍະຕົ້ນເດືອນ ລາ ລີກາ ໄດ້ເພີ່ມຂອບເຂດໃຊ້ຈ່າຍຂອງບາເຊໂລນາເປັນ 800 ລ້ານ ຢູໂຣແຕ່ສະໂມສອນພົ້ນຈາກຕົວເລກຂາດດຸນຫລັງຈາກທີ່ຝ່າຍບໍລິຫານທີມຂາຍຊັບສິນບາງສ່ວນເພື່ອຊົດເຊີຍການເງິນຂອງພວກເຂົາ.