ມອບລົດທີ່ໄດ້ຮັບການຊ່ວຍເຫລືອຈາກ ໄອຍະການ ສ.ເກົາຫລີ ໃຫ້ແກ່ສໍານັກງານປົກຄອງແຂວງສະຫວັນນະເຂດມູນຄ່າ 535 ລ້ານກີບ

ຂ່າວໜັງສືພິມຄວາມສະຫງົບລາຍງານໃຫ້ຮູ້ວ່າ: ວັນທີ 16 ກັນຍາ 2022, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບ-ຮັບລົດໂຮງໝໍໃຫ້ ສໍານັກງານປົກຄອງແຂວງສະຫວັນນະເຂດ ເພື່ອໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ,  ມອບໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ແລະ ຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ເຊິ່ງລົດໂຮງໝໍດັ່ງກ່າວນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການ ໄອຍະການສູງສຸດ ແຫ່ງສາທາລະນະລັດເກົາຫຼີ ລວມມູນຄ່າທັງຫມົດ 535ລ້ານກີບ
ໃນພິທີ, ພົທ ກົງທອງ ວົງວິຈິດ ຍັງໄດ້ກ່າວເຖິງຄວາມເປັນມາ ແລະ ຈຸດປະສົງຂອງການມອບລົດ ໂຮງຫມໍໃຫ້ສໍານັກງານອົງການປົກຄອງແຂວງສະ ຫວັນນະເຂດ ໃນຄັ້ງນີ້, ກໍເພື່ອນໍາໃຊ້ເຂົ້າໃນວຽກງານປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບ ຕິດແຂວງສະຫວັນນະເຂດ ໃຫ້ມີປະສິດທິ ຜົນສູງຂຶ້ນກວ່າເກົ່າ ໂດຍສະເພາະຮັບໃຊ້ໃຫ້ແກ່ວຽກງານປິ່ນປົວພາຍໃນ ສູນດັ່ງກ່າວໃນກໍລະນີນໍາສົ່ງ ຄົນເຈັບກໍລະນີສຸກເສີນ.
ນອກນັ້ນ, ຍັງເປັນການຊຸກຍູ້ ແລະ ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ 2021-2023 ໃຫ້ປະກົດຜົນເປັນຈິງ.