ເຈົ້າໜ້າທີ່ຢືນຢັນ ! ໝໍລຳອິນແຕ່ງໂດດຂົວຂ້າມນໍ້າຂອງແທ້ ເຈົ້າໜ້າທີ່ສຸມທຸກກຳລັງເພື່ອເລັ່ງຄົ້ນຫາ

ວັນທີ 19 ກັນຍາ 2022 ນີ້ ກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານໃຫ້ຊາບວ່າ: ໃນເວລາ 10:25 ນາທີ ຂອງວັນທີ 19 ກັນຍາ 2022 ຢູ່ຈຸດຂົວຂ້າມນໍ້າຂອງລາວ-ຍີ່ປຸ່ນ ໄດ້ມີຄົນມາ ໂດດຂົວເບື້ອງຕົ້ນເຈົ້າໜ້າທີ່ເຮົາໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າມີຄົນໂດດຂົວເປັນເພດຍິງຫຼັງຈາກນັ້ນ ເຈົ້າໜ້າທີ່ຈິ່ງຮີບຮ້ອນລົງໄປກວດກາສະຖານທີ່ເກີດເຫດເມື່ອໄປຮອດຈຸດເກີດເຫດຈິງໄດ້ພົບເຫັນລົດເກັງ ເຊບໂລເລັກ ສີດໍາ ໝາຍເລກທະບຽນ ຈໍາປາສັກ ກຂ 1125 ປ້າຍເຫຼືອງ 1 ຄັນ ຈອດຢູ່ກາງຂົວ ສ່ວນຜູ້ຂັບມາແມ່ນໄດ້ໂດດລົງນໍ້າເພື່ອຫວັງຂ້າໂຕຕາຍ ເຈົ້າໜ້າທີ່ເຮົາຈິ່ງໄດ້ໄປຮ້ອງຂໍຄວາມຊ່ວຍເຫຼືອຈາກ ປະຊາຊົນທີ່ກໍາລັງຫາປາຢູ່ຝັ່ງປາກເຊ ຈຶ່ງໄດ້ອອກໄປຄົ້ນຫາແຕ່ບໍ່ເຫັນ ເຈົ້າໜ້າທີ່ເຮົາຈິ່ງໄດ້ປະສານຫາກູ້ໄພ ເພື່ອມາສືບຕໍ່ຊອກຫາ ສ່ວນພາຫະນະ ແມ່ນຮັກສາໄວ້ຢູ່ຫ້ອງການກອງຮ້ອຍປ້ອງກັນທີ່ຕັ້ງ.
ຜ່ານການສອບຖາມນໍາຄອບຄົວຜູ້ກ່ຽວຈິ່ງຮູ້ວ່າຜູ້ທີ່ມາໂດດຂົວ ຊື່ ນາງ ອິນແຕ່ງ ແກ້ວບົວລາ ອາຍຸ 30 ປີ ອາຊີບ ຊາວນາ ປັດຈຸບັນຢູ່ ບ້ານ ຄັນແຍງ ເມືອງ ໂພນທອງ ແຂວງ ຈໍາປາສັກ ແຮງຈູງໃຈແມ່ນບໍ່ ສາມາດຮູ້ຂໍ້ມູນ.
ສ່ວນກໍາລັງເຈົ້າໜ້າທີ່ເຮົາແມ່ນໄດ້ສົມທົບກັບປະຊາຊົນ ເພື່ອສືບຕໍ່ຊອກຫາແຕ່ຍັງບໍ່ທັນເຫັນເທື່ອ ດັ່ງນັ້ນ ຈຶ່ງໄດ້ລາຍງານມາຍັງຂັ້ນເທິງເພື່ອຮັບຊາບ.
ຫລ້າສຸດ ເວລາ 13:45 ວັນທີ 20 ກັນຍາ 2022 ທີມງານຂ່າວໄດ້ຕິດຕໍ່ຫາໜ່ວຍອາສາກູ້ໄພແຂວງຈຳປາສັກ ໄດ້ຂໍ້ມູນເບື້ອງຕົ້ນວ່າ: ນັບຕັ້ງແຕ່ໄດ້ຮັບແຈ້ງເຫດ ທີມອາສາກູ້ໄພໄດ້ລົງຕິດຕາມ ແລະ ຄົ້ນຫາ ຕາມຈຸດຕ່າງໆ ໃຊ້ເວລາ 27 ຊົ່ວໂມງແລ້ວ ແຕ່ຍັງບໍ່ພົບຮ່າງເທື່ອ, ເນື່ອງຈາກນໍ້າໄຫລແຮງ ແລະ ນໍ້າຂຸ່ນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄົ້ນຫາ ແຕ່ທີມງານອາສາໄດ້ສຸມທຸກກຳລັງແຮງເພື່ອຈະຄົ້ນຫາໃຫ້ພົບໂດຍໄວ ແລະ ຈະລາຍງານໃຫ້ຮັບຊາບເປັນໄລຍະໆ.

