ໝາ-ແມວ ທີ່ມີອາຍຸຄົບ 3 ເດືອນຂຶ້ນໄປ ສາມາດນຳໄປສັກຢາກັນວໍ້ໄດ້ແລ້ວ

ທ່ານ ນາງ ວິໄລພອນ ວໍລະພີມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ກ່າວໃນພິທີຖະແຫລງຂ່າວກຽມສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກ 28 ກັນຍາ ເມື່ອວັນທີ 16 ກັນຍາ 2022 ຜ່ານມາວ່າ: ວັນຕ້ານພະຍາດວໍ້ໂລກ ແມ່ນໄດ້ຈັດຂຶ້ນທຸກໆປີ ຂອງວັນທີ 28 ກັນຍາ, ເຊິ່ງປີນີ້ຄົບຮອບ 16 ປີ (28 ກັນຍາ 2007 – 28 ກັນຍາ 2022) ແລະ ເປັນວັນໜຶ່ງສຳຄັນ ເພື່ອກະຕຸ້ນປູກຈິດສຳນຶກ, ຫລຸດຜ່ອນການສ່ຽງຕິດພະຍາດວໍ້ ພ້ອມທັງເປັນການເພີ່ມຄວາມຕື່ນຕົວໃຫ້ປະຊາຊົນໃນຊຸມຊົນຮູ້ກ່ຽວກັບພະຍາດວໍ້ ແລະ ວິທີປ້ອງກັນ.

ການສັກຢາກັນພະຍາດວໍ້ໃຫ້ ໝາ-ແມວ ແມ່ນເລີ່ມສັກໄດ້ເມື່ອສັດລ້ຽງມີອາຍຸຄົບຮອບ 3 ເດືອນຂຶ້ນໄປ ແລະ ຕ້ອງນຳໄປສັກປີລະ 1 ຄັ້ງ, ເຊິ່ງທຸກຄົນສາມາດນຳສັດລ້ຽງ ໝາ-ແມວ ຂອງຕົນມາສັກຢາກັນວໍ້ ຟຣີ ໃນງານທີ່ຈະຈັດຂຶ້ນໃນວັນທີ 28 ກັນຍາ 2022 ນີ້ ຢູ່ສວນເຈົ້າຟ້າງຸ່ມ ບ້ານຂຸນຕາທ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເລີ່ມແຕ່ ເວລາ 08:30-16:00 ໂມງ ພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈກັນຕ້ານພະຍາດວໍ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ 0ne Health, Zero Deaths” ​ເຊິ່ງ​ຄາດໝາຍໄວ້ຈະສັກໃຫ້ໄດ້ ຈຳນວນ 2.000 ເຂັມ.

ນອກຈາກພາຍໃນມື້ງານຢູ່ສະຖານທີ່ດັ່ງກ່າວ, ທຸກຄົນສາມາດນຳສັດລ້ຽງ ໝາ-ແມວ ຂອງຕົນໄປສັກຢາກັນພະຍາດວໍ້ໄດ້ຕາມສະຖານທີ່ຕ່າງໆຄື: ຄລີນິກສັດຂອງເອກະຊົນທົ່ວໄປ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຂະແໜງລ້ຽງສັດ ແລະ ການປະມົງແຂວງ, ໂຮງໝໍປິ່ນປົວສັດນະຄອນຫລວງ, ກົມລ້ຽງສັດ ແລະ ການປະມົງ.

ພະຍາດວໍ້ ແມ່ນພະຍາດທີ່ຮ້າຍແຮງ ບໍ່ວ່າຄົນ ຫລື ສັດ ຖ້າເປັນພະຍາດວໍ້ແລ້ວ ຈະບໍ່ສາມາດປິ່ນປົວໃຫ້ຫາຍດີແຕ່ສາມາດປ້ອງກັນໄດ້, ພະຍາດວໍ້ໄດ້ເກີດຂຶ້ນ ແລະ ແຜ່ກະຈາຍໄປທົ່ວທຸກແຫ່ງຢູ່ໃນໂລກທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຄົນ ແລະ ສັດ ມາຫລາຍປີແລ້ວ. ສາເຫດຕົ້ນຕໍເປັນຍ້ອນຖືກ ໝາ, ແມວ ຫລື ສັດປ່າ ທີ່ຕິດເຊື້ອວໍ້ ກັດ, ຂູດ ຫຼື ເລຍ ເຊື້ອວໍ້ເຂົ້າຕາມບາດແຜ.