ໄບຣຕັນ ປະກາດຕັ້ງ ໂຣແບໂຕ ເດ ແຊບີ ເປັນຜູ້ຈັດການທີມຄົນໃໝ່ຢ່າງເປັນທາງການ

 

ໄບຣຕັນ ປະກາດແຕ່ຕັ້ງ ໂຣແບໂຕ ເດ ແຊບີ ອະດີດຜູ້ຈັດການທີມ ຊັກຕາ ໂດເນັດ ມາເຮັດໜ້າທີ່ເປັນຜູ້ຈັດາກນທີມຄົນໃຫມ່ ຢ່າງເປັນທາງການດ້ວຍສັນຍາ 4 ປີ.

ສຳລັບ ໄບຣຕັນ ຈຳເປັນຕ້ອງຫາຜູ້ຈັດການທີມຄົນໃຫມ່ຫລັງ ແກຣມ ພັອດເຕີ ຜູ້ຈັດການທີມຊາວອັງກິດຍ້າຍໄປຄຸມເຊລຊີ ແທນທີ່ຕຳແໜ່ງຂອງ ໂທມັສ ທູເຄິລ.

ກ່ອນໜ້ານີ້ ໄບຕຣັນ ຕົກເປັນຂ່າວກັບຜູ້ຈັດການທີມຫລາຍຄົນ ເຊ່ັນ : ໂບ ສະເວນສັນ ຜູຈັດການທີມຂອງ ໄມ 05 ແລະ ໂອເລ ກຸນນາ ໂຊລຊາ ອະດີດຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ.