ເທນ ຮາກ ເລັງເສີມນັກເຕະຮ່ວມທີມແມນຢູ ຕະຫລາດເດືອນມັງກອນ 2023

ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ເລັງເສີມນັກເຕະໃຫມ່ໃນຕະຫລາດນັກເຕະເດືອນມັງກອນ 2023 ແຕ່ຄະນະບໍລິຫານ ບໍ່ເຫັນດີນຳກັບຄວາມຄິດດັ່ງກ່າວ.

ໂດຍ ເທນ ຮາກ ດຶງນັກເຕະໃຫມ່ມາເສີມທີມຫລາຍຄົນໃນຕະຫລາດນັກເຕະຜ່ານມາ ເຊ່ັນ ລີຊານໂດຣ ມາຕີເນສ, ຄາເຊມີໂຣ ແລະ ອັນໂຕນີ ພາຍໃຕ້ງົບປະມານກວ່າ 200 ລ້ານປອນ ເຊິ່ງເກີນກວ່າທີ່ພວກເຂົາຕັ້ງໄວ້ເກືອບ 2 ເທົ່າ.

ແຕ່ຫລ້າສຸດ The Athletic ເປີດເຜີຍວ່າ ເທນ ຮາກ ພວມຊອກຫາການເຊັນສັນຍານັກເຕະໃຫມ່ເພີ່ມຕື່ມໃນ ຕະຫລາດ ຫນ້າໜາວເດືອນມັງກອນປີໜ້າ ແລະ ຈະໃຊ້ໄລຍະພັກຜ່ອນຂອງການແຂ່ງຂັນພຣີເມຍລີກເພີ່ມປະເມີນນັກເຕະຊຸດປັດຈຸບັນ.

ແຕ່ລາຍງານເພີ່ມວ່າ ຄະນະບໍລິຫານຂອງ ແມນຢູ ນຳໂດຍ ໂຈເອລ ເກລເຊີ ເຈົ້າຂອງທີມ ແລະ ຣິຊາດ ອາໂນລ ຜູ້ອຳນວຍ ການສະ ໂມສອນບໍ່ເຫັນດີກ່ຽວກັບການເສີມທີມໃນຕະຫລາດຮອບໜ້າ ເນື່ອງຈາກງົບທີ່ເກີນກຳນົດໃນຕະຫລາດໜ້າຮ້ອນຜ່ານມາ ແລະ ເລັງໄປທີ່ຕະຫລາດລະດູການ 2023 ຫລາຍກວ່າ.