ອາຍຸໜ້ອຍສຸດໃນພຣີເມຍລີກ, ອາເຊນອລ ສົ່ງນັກເຕະອາຍຸ 15 ປີລົງຫລິ້ນເກມຖະຫລົ່ມ ເບຣນຟອດ

ອາເຊນອລ ສົ່ງ ອີທານ ເອັນວາເນຣີ ລົງສະໜາມເປັນຕົວສຳຮອງແທນ ຟາບີໂອ ວິເອຣາ ກອງກາງຊາວໂປຣຕຸເກສ ໃນນາທີສຸດ ທ້າຍຂອງເກມພຣີເມຍລີກ ອັງກິດ ເຊິ່ງບຸກໄປຊະນະ ເບຣນຟອດ ຂາດລອຍ 3-0.

ເຮັດໃຫ້ກອງກາງດາວຮຸ່ງອາຍຸ 15 ປີ ກາຍເປັນນັກເຕະອາຍຸໜ້ອຍທີ່ສຸດທີ່ໄດ້ລົງຫລິ້ນໃນ ພຣີເມຍລີກ ທຳລາຍສະຖິຕິເກ່ົາຂອງ ຮາວີ ເອລລຽດ ດາວເຕະຂອງລີເວີພູລທີ່ເຄີຍເຮັດໄວ້ໃນອາຍຸ 16 ປີ 30 ວັນ ສະໄຫມຍັງຢູ່ກັບ ຟູແລມ ໃນເກມພົບກັບ ວູຟແຮມຕັນ ເມື່ອວັນທີ 4 ພຶດສະພາ ປີ 2019.

ນອກຈາກນີ້ ອີທານ ເອັນວາເນຣີ້ ທີ່ຖືກຜູ້ຈັດການທີມ ມິເກລ ອາເຕຕາ ດຶງຕົວມາຈາກທີມເຍົາວະຊົນຂອງທີມ ຊຸດ U-21 ຍັງທຳ ລາຍສະຖິຕິນັກເຕະອາຍຸໜ້ອຍທີ່ສຸດຂອງສະໂມສອນທີ່ໄດ້ລົງຫລິ້ນໃນພຣີເມຍລີກ ເຊິ່ງ ແຈັກ ວິລເຊຍ ເຄີຍເຮັດໄວ້ໃນອາຍຸ 16 ປີ 256 ວັນ ເກມພົບກັບ ແບລັກເບີນ ໂຣເວີສ ເມື່ອເດືອນກັນຍາປີ 2008 ນຳອີກ.