ກົມການຈັດຫາງານ ແລະ ອົງການ ilo ຮ່ວມ ເຊັນສັນຍາ MOU ໃນການສ້າງເຮັດວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ

ໃນວັນທີ 15 ກັນຍາ 2022 ນີ້ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການແຮງງານສາກົນ ilo ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ມອບອຸປະກອນ IT ພາຍໃຕ້ໂຄງການສ້າງໂອກາດ ການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19 ທີ່ໄດ້ຮັບທຶນສະຫນັບສະຫນູນຈາກລັດຖະບານຍີ່ປຸ່ນ ເຊີ່ງພິທີນີ້ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ລີປ່າວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເຄຈິນິ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ວຽງປຣາສິດ ທິພາສຸດາ ຜູ້ປະສານງານ ອົງການແຮງງານສາກົນ ປະຈຳ ສປປ ລາວ.

ไม่มีคำอธิบาย

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມຈັດຫາງານ ໄດ້ກ່າວວ່າ: ໃນໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແກ່ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການເຊື່ອມເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19 ໃນຊ່ວງຕົ້ນ ຫາ ທ້າຍ ປີ 2020 ມີຜູ້ອອກແຮງງານທີ່ໄປອອກແຮງງານຢູ່ຕ່າງປະເທດໄດ້ກັບຄືນຈຳນວນ 50.472 ຄົນ ແລະ ຜູ້ວ່າງງານພາຍໃນ 10.028 ຄົນ ຈາກການເກັບກຳຂໍ້ມູນຕົວຈິງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນໄລຍະຜ່ານມາ ການຈັດຕັ້ງວຽກງານຈັດຫາງານ ແລະ ພັດທະນາສີມືແຮງງານໃນໄລຍະທີ່ຜ່ານມາແມ່ນຍັງມີຄວາມຈຳກັດດ້ານງົບປະມານ ແລະ ການມີສ່ວນຮ່ວມຂອງບັນດາພາກສ່ວນລັດ ແລະ ເອກະຊົນ ດັ່ງນັ້ນ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຈຶ່ງມີຄວາມຈຳເປັນຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຈັດຫາງານ ແລະ ພັດທະນາສີມືແຮງງານ ເປັນອັນລະອຽດ ຊັດເຈນ, ກວ້າງຂວາງ ແລະ ເປັນລະບົບ.

ໄລຍະໂຄງການດັ່ງກ່າວ ເລີ່ມແຕ່ ເດືອນ ເມສາ 2022-ເດືອນມີນາ 2023 ໂດຍແຂວງເປົ້າໝາຍແມ່ນ: ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ,ຄວາມຄາດໝາຍຂອງຜົນໄດ້ຮັບແມ່ນເພີ່ມໂອກາດໃຫ້ແຮງງານທີ່ເຄື່ອນທີ່ກັບປະເທດ ທັງຍິງ ແລະ ຊາຍ ດ້ວຍການສ້າງໂອກາດໃນການຈ້າງງານທີ່ມີຄ່າແຮງຜ່ານການພັດທະນາສີມືແຮງງານ, ການຈ້າງງານທີ່ໄດ້ຮັບຄ່າຈ້າງງານ ແລະ ໂອກາດໃນການປະກອບອາຊີບອິດສະຫລະ.

ນອກນີ້ ຍັງມີການມອບ-ຮັບອຸປະກອນ ໃຫ້ແກ່ກົມການຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຕາງໜ້າມອບໂດຍ ທ່ານ ເຄຈິນິ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ເປັນມູນຄ່າ 34,350 ໂດລາ ສະຫະລັດ.

ไม่มีคำอธิบาย

ໂອກາດດັ່ງກ່າວ ທ່ານ ເຄຈິນິ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ກ່າວວ່າ: “ການຊ່ວຍເຫລືອໃນຄັ້ງນີ້ ແມ່ນການຊ່ວຍເຫລືອເພື່ອຍົກລະດັບຄວາມສາມາດໃນການບໍລິການຈັດຫາງານ ແລະ ຊ່ວຍເຫລືອດ້ານທັກສະໃນ ການຜະລິດ ແລະ ບໍລິການໃນເຂດທ້ອງຖິ່ນ, ໂດຍການສະໜອງທຶນໃຫ້ແກ່ອົງການ ILO ເປັນມູນຄ່າທັງໝົດ 648,000 ໂດລາສະຫະລັດ. ຈຸດປະສົງໃນການມອບອຸປະກອນໃນຄັ້ງນີ້ແມ່ນເພື່ອຍົກລະດັບ ຄວາມສາມາດໃນການ ຈັດຫາງານຂອງພາກສ່ວນລັດ ແລະ ເອກະຊົນ. ຕົວຢ່າງ ການເຊື່ອມຕໍ່ ການປະກາດຮັບສະໝັກຄົນທາງອອນ ລາຍເຊັ່ນ “ແຫລ່ງຂໍ້ມູນການຮັບສະໝັກ” ເຂົ້າກັບການຈັດຫາງານ ແລະ ແນະນຳອາຊີບກໍຈະກາຍເປັນການ ຍົກລະດັບຄວາມສາມາດຂອງສູນບໍລິການຈັດຫາງານອີກດ້ວຍ. ໃນຂະນະດຽວກັນນັ້ນ, ຂ້າພະເຈົ້າກໍຄາດຫວັງວ່າ ຈະເປັນການສົ່ງເສີມໃຫ້ການແບ່ງປັນຂໍ້ມູນລະຫວ່າງຜູ້ກ່ຽວຂ້ອງ ແລະ ຜູ້ຊອກຫາງານມີຄວາມຟົດຟື້ນຍິ່ງຂຶ້ນ.”

ไม่มีคำอธิบาย