6 ເດືອນຕົ້ນປີ 2022 ປກສ ເມືອງຈັນທະບູລີ ແກ້ໄຂຄະດີໄດ້ 246 ເລື່ອງ

6 ເດືອນຕົ້ນປີ 2022 ກອງບັນຊາການ ປກສ ເມືອງຈັນທະບູລີ ແກ້ໄຂຄະດີໄດ້ 246 ເລື່ອງ, ຈາກຄະດີທີ່ເກີດຂຶ້ນ 315 ເລື່ອງ, ກັກຕົວຜູ້ຖືກສົງໃສ 331 ຄົນ, ຍິງ 77 ຄົນ, ໃນນີ້ ມີຄະດີຢາເສບຕິດ 91 ເລື່ອງ, ຈັບຕົວມາດຳເນີນຄະດີ 210 ຄົນ, ຍິງ 54 ຄົນ ແລະ ອາດຊະຍາກຳທາງເສດຖະກິດ 224 ເລື່ອງ, ກັກຕົວຜູ້ຖືກສົງໄສ 129 ຄົນ, ຍິງ 23 ຄົນ.
ພັທ ພອນໃຈ ພາມຸງຄຸນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ: ຈາກຄະດີທີ່ເກີດຂຶ້ນ ແກ້ໄຂໄດ້ມີ ລັກຊັບ 30 ເລື່ອງ ກັກຕົວ 38 ຄົນ, ຍິງ 4 ຄົນ, ປຸ້ນຊັບພົນລະເມືອ 2 ເລື່ອງ ກັກຕົວຜູ້ຖືກສົງໄສ 02 ຄົນ, ນຳໄຊ້ອາວຸດເສິກ 02 ເລື່ອງ ກັກຕົວ 02 ຄົນ, ຂົ່ມຂືນທຳສຳເລົາ 1 ເລື່ອງ ກັກຕົວ 01 ຄົນ, ສໍ້ໂກງຊັບພົນລະເມືອງ 75 ເລື່ອງ ກັກຕົວ 34 ຄົນ,ຍິງ 2 ຄົນ, ຜົນເສຍຫາຍ 4.196.263.000 ກີບ, ເງິນໄທ 13.374.914 ບາດ, ເງິນໂດລາ 434.435 ໂດລາ, ລົດໃຫຍ່ 5 ຄັນ, ລົດຈັກ 44 ຄັນ, ຄຳ 3 ບາດ, ໂທລະສັບ 4 ເຄື່ອງ, ເກັບກູ້ຄືນມາໄດ້ ແລະ ມອບຄືນເຈົ້າຂອງມີ ລົດໃຫຍ່ 3 ຄັນ, ສາຍຄໍຄຳ ໜັກ 2 ບາດ, ເງິນກີບ 704.200.000 ກີບ, ເງິນບາດ 2.890.000 ບາດ, ລົດຈັກ 29 ຄັນ ແລະ ແກ້ໄຂຄະດີຢາເສບຕິດໄດ້ 32 ເລື່ອງ, ກັກຕົວຜູ້ຖືກສົງໃສ 77 ຄົນ, ຍິງ 23 ຄົນ, ຕ່າງປະເທດ 5 ຄົນ, ຄ້າຂາຍຢາເສບຕິດ 12 ເລື່ອງ, ກັກ 31 ຄົນ, ຍິງ 12 ຄົນ, ຢາເສບຕິດ 08 ເລື່ອງ, ກັກຕົວ 20 ຄົນ, ຍິງ 01 ຄົນ, ມົ້ວສຸມເສບຢາເສບຕິດ 8 ເລື່ອງ, ກັກຕົວ 29 ຄົນ, ຍິງ 9 ຄົນ, ສະຫຼຸບສົ່ງໄອຍະການ 31 ເລື່ອງ, ພວມດຳເນີນຄະດີ 29 ເລື່ອງ, ເກັບກູ້ ແລະ ຢຶດຂອງກາງຄະດີໄດ້ມີ ເງີນກີບ 302.000.000 ກີບ, ເງິນບາດ 2,723,000 ບາດ, ໂດລາ 2,600 ໂດລາ, ລົດໃຫຍ່ 1 ຄັນ, ລົດຈັກ 23 ຄັນ, ຄໍາຮູບປະພັນ 3 ບາດ, ປືນສັ້ນ 04 ກະບອກ, ລູກປືນ 11 ມມ 46 ລູກ, ໂທລະສັບ 7 ໜ່ວຍ, ຢາບ້າ 536.382 ເມັດ, ຢາໄອ 58,83 ກລາມ, ເຮໂລອີນ 29,1 ກລາມ, ໝາກປຸ່ມເປົ້າ 21 ຖົງ, ບັ້ງອົກຊີ 17 ບັ້ງ.
ໃນນີ້ຄະດີທີ່ພົ້ນເດັ່ນມີ 03 ເລື່ອງ ຄື:
1. ວັນທີ 11/3/2022 ໄດ້ກັກຕົວ ທ້າວ ສົນທິສັກ ອາຍຸ 41 ປີ ສັນຊາດໄທ ອາຊີບ ກຳມະກອນ ພັກເຊົາຢູ່ບ້ານໜອງທາເໜືອງ ເມືອງ ຈັນທະບູລີ ນວ ແລະ ຂະຫຍາຍຜົນຫາ ທ້າວ ທານິນ ( ແຂກ ) ອາຍຸ 43 ປີ ສັນຊາດໄທ ອາຊີບກຳມະກອນ ພັກເຊົາຢູ່ບ້ານໜອງບົວທອງ ນວ ມີຂອງກາງຢາບ້າ 261 ມັດເທົ່າກັບ 522,486 ເມັດ, ເງິນບາດ 2.405.000 ບາດ ແລະ ເງິນກີບ 108.000.000 ກີບ
2. ວັນທີ 31/5/2022 ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ເຮືອນພັກແຫ່ງໜື່ງຢູ່ບ້ານໂພນຕ້ອງສະຫວາດ ເມືອງ ຈັນທະບູລີ ນວ ຈັບຕົວ ທ້າວ ອາທິພອນ ອາຍຸ 28 ປີ, ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນວ ແລະ ໄດ້ຂະຫຍາຍຜົນຫາກຸ່ມແກ໋ງຮ່ວມຂະບວນຄ້າຂາຍຢາເສບຕິດ 08 ຄົນ, ຢຶດຂອງກາງຢາບ້າໄດ້ 598.690 ເມັດ ແລະ ຢາເຄ 4 ຖົງນ້ອຍ.
3. ວັນທີ 12/5/2022 ໄດ້ແກ້ໄຂກຸ່ມແກ້ງລັກຊັບ (ລົດຈັກ) ໄດ້ກັກຕົວ ທ້າວ ແອບເປີ ອາຍຸ 35 ປີ ອາຊີບກຳມະກອນ ບ້ານນາຊາຍທອງໄຕ້ ເມືອງນາຊາຍທອງ ນວ ແລະ ນຳຈັບຕົວກຸ່ມແກ້ງໄດ້ 15 ຄົນ, ໃນນີ້ ລັກຊັບ 5 ຄົນ, ຊື້ຂາຍຊັບ 10 ຄົນ, ນໍາເກັບກູ້ມາໄດ້ 13 ຄັນ, ມອບໃຫ້ເຈົ້າຂອງແລ້ວ 8 ຄັນ,ຍັງ 5 ຄັນ ແລະ ມີອຸບັດຕິເຫດເກີດຂື້ນ 24 ກໍລະນີ, ພາຫະນະເປເພ 52 ຄັນ, ຄົນໄດ້ຮັບບາດເຈັບ 23 ຄົນ, ຍິງ 5 ຄົນ.

