ທະນາຄານແຫ່ງ ສປປ ລາວ ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແຕ່ງຕັ້ງທະນາຄານຊໍາລະສະສາງເງິນຢວນ ຮ່ວມກັບ ທະນາຄານປະຊາຊົນຈີນ ໃນຮູບແບບຈົດໝາຍວຽນ

ທະນາຄານແຫ່ງ ສປປປ ລາວ ລາຍງານວ່າ:ວັນທີ 7 ກັນຍາ 2022 ຜ່າມນີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ອີ້ ກັງ ຜູ້ວ່າການ ທະນາຄານປະຊາຊົນຈີນ ໄດ້ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແຕ່ງຕັ້ງທະນາຄານ ຊໍາລະສະສາງເງິນຢວນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ ໃນຮູບແບບຈົດໝາຍວຽນ.
ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຈະເປັນພື້ນຖານອັນສໍາຄັນໃຫ້ແກ່ການຮ່ວມມືໃນວຽກງານບໍລິການດ້ານການເງິນລະຫວ່າງ ສປປ ລາວ-ສປ. ຈີນ ໂດຍສະເພາະແມ່ນການຄຸ້ມຄອງລະບົບການຊຳລະຂ້າມແດນ ສປປ ລາວ-ສປ. ຈີນ ເຮັດໃຫ້ການຊຳລະຂ້າມແດນລະຫວ່າງສອງປະເທດ ໄດ້ຮັບການຕິດຕາມ, ເກັບກຳ ແລະ ສັງລວມຂໍ້ມູນ ໄດ້ຢ່າງລວມສູນ ພ້ອມທັງເປັນການຊ່ວຍຊຸກຍູ້ສົ່ງເສີມໃຫ້ບັນດາວິສາຫະກິດ ແລະ ສະຖາບັນການເງິນຂອງທັງສອງປະເທດນໍາໃຊ້ສະກຸນເງິນຢວນ ເຂົ້າໃນການດໍາເນີນທຸລະກໍາຂ້າມແດນ ສປປ ລາວ-ສປ. ຈີນ ແລະ ຊຸກຍູ້ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນສອງຝ່າຍໃນຕໍ່ໜ້າ.

