ໄລຍະປີ 2018-2022 ແຂວງບໍ່ແກ້ວຢຶດຢາບ້າໄດ້ 168 ລ້ານເມັດ ກັກຕົວຜູ່ຖືຫາທັງໝົດ 1.124 ຄົນ

ໃນວັນທີ 14 ກັນຍາ 2022 ນີ້, ທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງບໍ່ແກ້ວ ຍົກໃຫ້ເຫັນວ່າ:
ຜ່ານການຈັດຕັ້ງປະຕິບັດຕົວຈິງ ຕາມ 8 ແຜນວຽກ ທັງ 2 ໄລຍະ ມີຜົນສຳເລັດຫລາຍດ້ານ ໂດຍສະເພາະການແກ້ໄຂອາຊະຍາກຳທາງອາຍາ: ໄດ້ຂຶ້ນບັນຊີເປົ້າໝາຍປະເພດຕ່າງໆ ໄດ້ທັງໝົດ 334 ຄົນ, ຍິງ 21 ຄົນ, ສຶກສາອົບຮົບເປົ້າໝາຍໄດ້ 287 ຄົນ, ຍິງ 21 ຄົນ ແລະ ດໍາເນີນຄະດີ 34 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 106 ຄົນ, ຍິງ 7 ຄົນ, ຍຶດຂອງກາງລວມມີ: ລົດໃຫຍ່ 2 ຄັນ, ລົດຈັກ 18 ຄັນ, ປືນ 40 ກະ ບອກ, ມ້າງກຸ່ມແກ້ງລັກພາຕົວສາມາດນຳຕົວຜູ້ຖືກພາຕົວກັບຄືນສູ່ຄອບຄົວໄດ້ 6 ຄົນ.
ນອກຈາກນີ້, ແມ່ນແຜນວຽກການ ແກ້ໄຂອາຊະຍາກຳທາງດ້ານເສບຕິດ: ແຕ່ໄລຍະປີ 2018-2022 ນີ້ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 869 ລາຍ, ກັກຕົວຜູ້ຖືກຫາໄດ້ທັງໝົດ 1.124 ຄົນ, ຍິງ 97 ຄົນ (ຕ່າງປະເທດ 126 ຄົນ, ຍິງ 5 ຄົນ), ອາຍັດເຄື່ອງຂອງກາງປະກອບມີ: ເຮືອນ 13 ຫຼັງ, ດິນປຸກສ້າງ 22 ຕອນ, ຢາບ້າ 168.588.402 ເມັດ, ເຮໂລອິນ 188 ແທ່ງ 286 ຫຼອດ, ຢາໄອຣ໌ 1.447 ກວ່າກິໂລກຼາມ, ແປ້ງຝຸ່ນ 22.380 ກິໂລກຼາມ, ລົດໃຫຍ່ 56 ຄັນ, ລົດຈັກ 131 ຄັນ, ປືນປະເພດຕ່າງໆ 37 ກະບອກ, ຢຶດເງິນສະກຸນຕ່າງໆໄດ້ຈຳນວນໜຶ່ງ ແລະ ອື່ນໆ ອີກ. ສ່ວນການຈັດຕັ້ງແຜນວຽກອື່ນໆ ທີ່ເຫລືອໄດ້ຮັບຜົນສໍາເລັດຫລາຍດ້ານເຊັ່ນດຽວກັນ.
ເຈົ້າແຂວງບໍ່ແກ້ວ ໃຫ້ຮູ້ຕື່ມວ່າ: ເຖິງວ່າອົງການປົກຄອງແຂວງໄດ້ສຸມໃສ່ແກ້ໄຂຢ່າງຕໍ່ເນື່ອງ ແຕ່ການແກ້ໄຂປະກົດການຫຍໍ້ທໍ້ ກໍຄື ການຫັນລົງກໍ່ສ້າງຮາກຖານການເມືອງຢູ່ພາຍໃນແຂວງບໍ່ແກ້ວ ຍັງມີຫລາຍຢ່າງທີ່ເປັນຂໍ້ຫຍຸ້ງທີ່ຕ້ອງໄດ້ປັບປຸງໃຫ້ໄດ້ປະສິດທິຜົນດີກວ່າເກົ່າໃນຕໍ່ໜ້າ, ເຊີ່ງໜຶ່ງໃນນັ້ນແມ່ນການຄັດເລືອກໃຫ້ໄດ້ພະນັກງານທີ່ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ໂປ່ງໃສ, ໜັກແໜ້ນ ແລະ ເດັດຂາດເພື່ອນຳພາຂະບວນການຕົວຈິງຢູ່ທ້ອງຖິ່ນຮາກແມ່ນມີຄວາມ ຈໍາເປັນທີ່ສຸດ.

