ໃນລະຫວ່າງວັນທີ 13-16 ກັນຍາ 2022 ນີ້, ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ເຊິ່ງ ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກັນຍາ 2022 ຢູ່ທີ່ ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
ພາຍຫຼັງສໍາເລັດພິທີຕ້ອນຮັບ ຢ່າງເປັນທາງການ, ສອງຝ່າຍ ໄດ້ພົບປະແລກປ່ຽນຕີລາຄາຄືນ ສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ບົນພື້ນຖານທີ່ມີ ມູນເຊື້ອສາຍພົວພັນອັນດີງາມ ລະຫວ່າງ ສອງຊາດ ກໍຄື ສອງ ກອງທັບ ລາວ-ກຳປູເຈຍ ,ກຳປູເຈຍ-ລາວ ເຖິງວ່າສະພາບການຜັນແປຂອງໂລກ ຈະພົບຄວາມຫຍຸ້ງຍາກສັບສົນ ແນວໃດກໍຕາມ ໃນໄລຍະຜ່ານມາ ສອງກອງທັບ ລາວ-ກຳປູເຈຍ,ກຳປູເຈຍ-ລາວ ຍາມໃດມີການເພີ່ມທະວີການຮ່ວມມື ເຊິ່ງກັນແລະກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກໍາປູເຈຍ-ລາວ , ການໄປມາ -ຫາສູ່ ຊ່ວຍເຫລືອ ເຊິ່ງກັນແລະກັນ ລະຫວ່າງ ປະຊາຊົນສອງຊາດ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ , ສອງຝ່າຍ ຍັງໄດ້ຕີລາຄາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຕໍ່ ສະພາບການພັດທະນາ ຂອງ ສອງປະເທດ ແລະ ສອງຝ່າຍໄດ້ຮ່ວມກັນປຶກສາຫາລືເພີ່ມທະວີການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານ ການພັດທະນາເສດຖະກິດລະ ຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກ ກຳປູເຈຍ , ໂດຍສະເພາະ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກໍາປູເຈຍ, ກຳປູເຈຍ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມ ສະຫງົບສຸກໂດຍພື້ນຖານ, ສືບຕໍ່ແລກປ່ຽນຢ້ຽມຢາມ ສິລະປະວັດທະນະທຳ ແລະ ກີລາ , ສົມທົບແລກປ່ຽນຂໍ້ມູນຂ່າວສານແລະ ສະກັ້ນກັດກຸ່ມຄົນບໍ່ຫວັງດີທີ່ມ້າງເພທຳລາຍສາຍພົວພັນອັນດີງາມສະຫວ່າງສອງຊາດ ລາວ-ກຳປູເຈຍ , ຮ່ວມກັນແກ້ໄຂບັນຫາການລັກລອບເຂົ້າເມືອງຜິດກົດໝາຍ,ອາດສະຍາກຳຂ້າມຊາດ,ການຄ້າມະນຸດ,ການຄ້າຂາຍເຖື່ອນ ແລະ ການກໍ່ອາດສະຍາກຳຕ່າງໆທີ່ຜິດກົດໝາຍ.
ນອກຈາກນັ້ນ, ສອງຝ່າຍ ເຫັນດີ ສືບຕໍ່ຮ່ວມມືໃວຽກງານດ້ານການຊ່ວຍເຫຼືອ ມະນຸດສະທໍາ, ການຕ້ານໄພພິບັດທາງທຳມະຊາດ, ແລກປ່ຽນເຝິກຊ້ອມໄພພິບັດ 3 ກອງທັບ ລາວ-ກຳປູເຈຍ -ຫວຽດນາມ , ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ .
ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຮ່ວມຮັບຊົມ ການເຝິກຊ້ອມ ກອບກູ້ໄພພິບັດຮ່ວມ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ທີ່ ວິທະຍາຄານພະລາທິການ ນ້ຳຫຸມ , ເຂົ້າຮ່ວມພົບປະລະຫວ່າງ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ກຳປູເຈຍ -ຫວຽດນາມ ແລະ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ).